• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ​ ສ.ເກົາຫຼີ Lee Jae Myung ແລະ ພັນ​ລະ​ຍາ ເດີນ​ທາງ​ມາຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນ​າມ

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ, ຕອນ​ບ່າຍ​ວັນ​ທີ 21 ເມ​ສາ, ທ່ານ Lee Jae Myung ປະ​ທາ​ນາ​ທິ​ບໍ​ດີ​ ສ.ເກົາຫຼີ ພ້ອມ​ດ້ວຍ​ພັນ​ລະ​ຍາ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ 2026.
  ທ່ານ Lee Jae Myung ປະ​ທາ​ນາ​ທິ​ບໍ​ດີ​ ສ.ເກົາຫຼີ ພ້ອມ​ດ້ວຍ​ພັນ​ລະ​ຍາ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ 2026 (ພາບ: TTXVN)  

ອອກ​ຕ້ອນ​ຮັບ​ຄະ​ນະ​ຢູ່​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບ່າຍ ​ມີ ທ່ານ ເລ​ແຄັງ​ຫາຍ ຫົວ​ໜ້າ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ ຫວຽດ​ນາມ; ທ່ານ ຫງວຽນ​ມິງ​ຫວູ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈໍ​າ​ການ​ກະ​ຊວງ​ການ​ຕ​່າງ​ປະ​ເທດ ຫວຽດ​ນາມ; ທ່ານ ຫວູ​ດ້າຍ​ຖັງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ; ທ່ານ ຫວູ​ໂຮ່ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ.ເກົາຫຼີ.

ການ​ຢ້ຽມ​ຢາມ ຫວຽດ​ນາມ​ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung ໄດ້​ຮັບ​ຄວາມ​ຫວັງ​ວ່າ ບໍ່​ພຽງ​ແຕ່​ຈະ​ແມ່ນ​ການ​ເຊື່ອມ​ຕໍ່​ທ່ວງ​ທ່າ​ການ​ຮ່ວມ​ມື​ດ້ວຍ​ໝາກ​ຜົນ​ອັນ​ດີ​ງາມຫຼາຍ​ຢ່າງ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກຳ​ລັງຜັກ​ດັນ​ນຳ​ການ​ພົວ​ພັນ ຫວຽດ​ນາມ - ສ.ເກົາຫຼີ ໃຫ້ກາຍ​ເປັນ​ແບບ​ຢ່າງ​ການ​ຮ່ວມ​ມື​ທີ່​ແທດ​ຈິງ​ຮອບ​ດ້ານກວ່າ, ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ສະ​ໜິດ​ຕິດ​ພັນ​ກວ່າ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

(ແຫຼ່ງຄັດຈາກ VOV)

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ

ຕອນ​ບ່າຍ​ວັນ​ທີ 21 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີການ​ຕ້ອນ​ຮັບ ​ທ່ານ Jigjee Sereejav ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ ປະຈຳ ຫວຽດນາມ ເຂົ້າ​ຢ້ຽມ​ອຳ​ລາ ເນື່ອ​ງ​ໃນ​ໂອ​ກາດ​ສິ້ນ​ສຸດ​ວາ​ລະ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ.

Top