ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຕ້ອງ​ນຳ​ໜ້າ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ

“ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຕ້ອງ​ນຳ​ໜ້າ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ”. ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃນ​ການ​ເຮັດ​ວຽກ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ​້າ ຫວຽດນາມ ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ.
  ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VOV)  

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່​ແມ່ນ​ໃຫຍ່ຫຼວງ ແລະ ໜັກ​ໜ່ວງ​ທີ່​ສຸດ, ໂດຍ​ສະ​ເພາະ​ແມ່ນ​ການ​ຮັບ​ປະ​ກັນ​ເປົ້າ​ໝາຍ​ເຕີບ​ໂຕ 2 ຕ​ົວ​ເລກ​ແບ​ບ​ຍືນ​ຍົງ, ໃນ​ນັ້ນ, ກະ​ຊວງ, ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຕ້ອງ​ສວມ​ບົດ​ບາດ​ເປັນ​ໃຈ​ກາງ, ນຳ​ໜ້າ​ແກ້​ໄຂ​ບັນ​ດາ​ຂໍ້​ຄົງ​ຄ້າງ ແລະ ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ທີ່ວາງ​ອອກ. ຕາມ​ນັ້ນ​ແລ້ວ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຕ້ອງ​ຮີບ​ເຮັ່ງ​ຫັນ​​ເປັນ​ລະ​ອຽດ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ສ້າງສຳ​ເລັດ​ບັນ​ດາ​ຮ່າງ​ກົດ​ໝາຍ​ເພື່ອ​ຍື່​ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ເຊັ່ນ: ກົດ​ໝາຍ​ວ່າ​ດ້ວຍ​ນ້ຳ​ມັນ​ອາຍ​ແກັດ (ສະ​ບັບ​ປັບ​ປຸງ), ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍທີ່ກ່ຽວຂ້ອງເຖິງຂົງເຂດການຄ້າ, ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາ​ດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ພະ​ລັງ​ງານ​ໄຟ​ຟ້າ, ກົດ​ໝາຍ​ວ່າ​ດ້ວຍ​ອຸດ​ສາ​ຫະ​ກຳ​ຈຸດ​ສຸມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ເນັ້ນ​ໜັກ​ເຖິງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ການຫັນ​ປ່ຽນ​ພະ​ລັງ​ງານ​ຢ່າງ​ຍຸ​ຕິ​ທຳ.


top