• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ​ຢາກ​ສ້າ​ງ​ແຜນການຍົກລະດັບແລວ​ເສດ​ຖະ​ກິດ​​ກັບ ລາວ

ວັນ​ທີ 21 ເມ​ສາ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ຈີນ ຫວາງ​ອີ ໃຫ້​ຮູ້​ວ່າ ໄດ້​ຮຽກ​ຮ້ອງ​ ລາວ ເພີ່ມ​ທະ​ວີ​ບັນ​ດາ​ກົນ​ໄກ​ສົນ​ທະ​ນາ​ລະ​ຫວ່າງ​ລັດ​ຖະ​ບານ, ຍົກ​ສູງ​ປະ​ສິດ​ທິ​ຜົນ ແລະ ຄຸນ​ນະ​ພາບ​ການ​ເຊື່ອມ​ຕ​ໍ່​ເສັ້ນ​ທາງ​ລົດ​ໄຟ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ພ້ອມ​ກັນ​ຍົກ​ລະ​ດັບ​ແລວ​ເສດ​ຖະ​ກິດ ຈີນ - ລາວ.

ຖະ​ແຫຼງ​ການ​ຂອງ ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວາງ​ອີ ໄດ້​ຍົກ​ອອກ​ມາ​ໃນ​ການ​ພົບ​ປະ​ກັບ​ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ, ຜູ້​ຕາງໜ້າ​​ພິ​ເສດ​ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຊິ່ງ​ພວມ​ຢູ່ຢ້ຽມ​ຢາມ ​ຈີນ. ທ່ານ​ຮຽກ​ຮ້ອງ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ບັນ​ດາ​ກົ​ນ​ໄກ​ສົນ​ທະ​ນາ​ລະ​ຫວ່າງ​ລັດ​ຖະ​ບານ​, ຍົກ​ສູງ​ປະ​ສິດ​ທິ​ຜົນ ແລະ ຄຸນ​ນະ​ພາບ​ຂອງ​ເສັ້ນ​ທາງ​ລົດ​ໄຟ ຈີນ - ລາວ, ພ້ອມ​ກັນ​ສ້າງແຜນການຍົກລະດັບຂອງ​ແລວ​ເສດ​ຖະ​ກິດ ແລະ ຊຸກ​ຍູ້​ການພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ພາກ​ພື້ນເພື່ອ​ບັນ​ລຸ​ໄດ້ຫຼາຍ​ໝາກ​ຜົນ​ທີ່​ແທດ​ຈິ​ງກວ່າ​.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 21 ເມ​ສາ, ທ່ານ ສີ​ຈີ້ນ​ຜິງ ​ປະ​ທານ​ປະ​ເທດ ຈີນ ກໍໄດ້​ມີການພົບ​ປະກັບ ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ.

(ແຫຼ່ງຄັດຈາກ VOV)

ການພົບປະສົນທະນາ ຫວຽດນາມ - ສ.ເກົາຫຼີ: ເພີ່ມທະວີການຮ່ວມມືຮອບດ້ານ

ການພົບປະສົນທະນາ ຫວຽດນາມ - ສ.ເກົາຫຼີ: ເພີ່ມທະວີການຮ່ວມມືຮອບດ້ານ

ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດປັນຍາປະດິດ (AI), ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ ແລະ ການຫັນເປັນດີຈີຕອນ.

Top