• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກ: ຍາມໃດຫວຽດນາມກໍ່ຖືເປັນສຳຄັນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ

      ທ່ານເອກອັກຄະລັດຖະທູດ Kunio Umeda ໄດ້ແຈ້ງບາງເນື້ອໃນກະກຽມໃຫ້ການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອບັນລຸໝາກຜົນດີທີ່ສຸດ.
      ຕອນບ່າຍວັນທີ 05/05, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Kunio Umeda. 

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ)
      ນະທີ່ນີ້, ທ່ານເອກອັກຄະລັດຖະທູດ Kunio Umeda ໄດ້ແຈ້ງບາງເນື້ອໃນກະກຽມໃຫ້ການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອບັນລຸໝາກຜົນດີທີ່ສຸດ. ທ່ານເອກອັກຄະລັດຖະທູດ Kunio Umeda ໃຫ້ຮູ້ວ່າ: ຍີ່ປຸ່ນ ປາດຖະໜາຢາກຮ່ວມມືລົງທຶນເຂົ້າບັນດາໂຄງການພະລັງງານ, ສ່ວນໃນຂົງເຂດອຸດສາຫະກຳສຳຮອງ, ຍີປຸ່ນ ພ້ອມແລ້ວໜູນຊ່ວຍຫວຽດນາມ ໃນການພັດທະນາຂະແໜງອຸດສາຫະກຳໂອໂຕ, ສຸມໃສ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ.
        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບຍີ່ປຸ່ນ. ໃນການຢ້ຽມຢາມຍີ່ປຸ່ນ ໃນໄລຍະຈະມາເຖິງ, ຄາດວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ພົບປະການນຳສະພາແຫ່ງຊາດ, ວົງການນັກການເມືອງຍີ່ປຸ່ນ; ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມອະນາຄົດອາຊີ ກໍຄືເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມສົ່ງເສີມການຄ້າໃຫຍ່ຢູ່ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top