• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ

      ຕອນເຊົ້າວັນທີ 5 ສິງຫາ, ເມື່ອເຮັດວຽກ, ຮັບຟັງການລາຍງານສະພາບການແຜນການຜະລິດດຳເນີນທຸລະກິດ ປີ 2017 ຂອງກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການເຮັດວຽກ 
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາວ່າ: ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ ໄດ້ປະກອບສ່ວນຫຼາຍດ້ານໃຫ້ແກ່ປະເທດຊາດ, ພິເສດແມ່ນສະແດງໃຫ້ເຫັນອະທິປະໄຕແຫ່ງຊາດ ຫວຽດນາມ ແລະ ມອບພັນທະເຂົ້າງົບປະມານແຫ່ງລັດໃນຫຼາຍປີບັນລຸຜົນງານທີ່ດີ.
        ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ໃນ 7 ເດືອນຕົ້ນປີ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ໃນໄລຍະຈະມາເຖິງສຸມໃສ່ສ້າງໂຄງປະກອບຄືນໃໝ່, ຈັດຕັ້ງການຜະລິດຄືນໃໝ່, ສຸມໃສ່ບາງວຽກງານສຳຄັນ, ພິເສດແມ່ນການສ້າງຖັນແຖວພະນັກງານ. , ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:
        “ຈຸດໝາຍຂອງລັດຖະບານ ແມ່ນສ້າງ ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ ພັດທະນາໝັ້ນຄົງ, ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດໃນຫຼາຍທົດສະວັດຈະມາເຖິງ. ດັ່ງນັ້ນ, ເລື່ອງສ້າງໂຄງປະກອບຄືນໃໝ່, ຈັດຕັ້ງການຜະລິດຄືນໃໝ່, ຄຸ້ມຄອງບັນດາທິດທາງໃຫ້ດີກ່ວາອີກ, ສຸມໃສ່ເຂົ້າບາງວຽກງານສຳຄັນ, ພິເສດແມ່ນສ້າງຖັນແຖວພະນັກງານ, ປັບປຸງບັນດາບັນຫາຍັງຄົງຄ້າງ, ຮ້ອນເຮັ່ງໃນໄລຍະຜ່ານມາ, ແມ່ນໜ້າທີ່ສຳຄັນທີ່ສຸດເພື່ອປະຕິບັດໜ້າທີ່ໜັກໜ່ວງຂອງພັກ, ລັດ ມອບໝາຍໃຫ້ກຸ່ມບໍລິສັດຫຼັກແຫຼ່ງ - ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ”.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top