ຂ່າວສານ
ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວເກີດຂຶ້ນຢູ່ ມຽນມາ ສືບຕໍ່ເພີ່ມຂຶ້ນ. ຫວຽດນາມ ສົ່ງກຳລັງໄປຊ່ວຍເຫຼືອການກູ້ໄພກູ້ຊີບ
ໃນຂະນະນັ້ນ, ຢູ່ນະຄອນຫຼວງ ບາງກອກ ປະເທດໄທ, ເຊິ່ງຫ່າງຈາກຈຸດສູງຂອງແຜ່ນດິນໄຫວກວ່າ 1.000 ກິໂລແມັດ, ກໍໄດ້ຢັ້ງຢືນວ່າ ມີຜູ້ເສຍຊີວິດ 10 ຄົນ, ສ່ວນຫຼາຍແມ່ນກຳມະກອນທີ່ຖືກດັບຖົ່ມໃນຊາກຫັກພັງຂອງຕຶກອາຄານ 30 ຊັ້ນທີ່ຖືກຖະຫຼົ່ມນັ້ນ.
ຕໍ່ໜ້າຄວາມຫຍຸ້ງຍາກ ເຊິ່ງ ມຽນມາ ພວມປະເຊີນໜ້າໃນວຽກງານຊອກຫາ, ປິ່ນປົວໃຫ້ຄົນເຈັບ ແລະ ຊ່ວຍເຫຼືອປະຊາຊົນຜູ້ຖືກເຄາະຮ້າຍນັ້ນ, ປະຊາຄົມສາກົນໄດ້ຜັນຂະຫຍາຍການເຄື່ອນໄຫວກູ້ໄພກູ້ຊີບຢ່າງວ່ອງໄວ ແລະ ໃຫ້ຄຳໝັ້ນສັນຍາໃຫ້ການຊ່ວຍເຫຼືອທັງດ້ານກຳລັງແຮງມະນຸດ, ການເງິນ ແລະ ເຄື່ອງບັນເທົ່າທຸກ.
ໃນຂະນະນັ້ນ, ວັນທີ 30 ມີນາ, ກຳລັງເຂົ້າຮ່ວມການຊ່ວຍເຫຼືອມະນຸດສະທຳ, ຊ່ວຍເຫຼືອແກ້ໄຂໄພພິບັດຂອງ ກອງທັບປະຊາຊົນ ຫວຽດນາມ ແລະ ກະຊວງຕຳຫຼວດ ຫວຽດນາມ ກໍເດີນທາງໄປຍັງ ມຽນມາ.
ກ່ອນໜ້ານັ້ນ, ວັນທີ 28 ມີນາ, ພາຍຫຼັງເຫດແຜ່ນດິນໄຫວມີຄວາມແຮງ 7.7 ຣິດເຕີ ເກີດຂຶ້ນຢູ່ ມຽນມາ ໄດ້ 2 – 3 ຊົ່ວໂມງ, Mytel - ກຸ່ມບໍລິສັດໂທລະຄົມມະນາຄົມ ກອງທັບ ຫວຽດນາມ ປະຈຳຢູ່ ມຽນມາ ໄດ້ຜັນຂະຫຍາຍບັ້ນຊ່ວຍເຫຼືອແບບສຸກເສີນສຳລັບລູກຄ້າປະມານ 4 ລ້ານຄົນ ຢູ່ 98 ເມືອງໃນທົ່ວປະເທດ ມຽນມາ ຢ່າງວ່ອງໄວ ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນສາມາດຕິດຕໍ່ກັບພີ່ນ້ອງ, ອັດເດດຂ່າວ, ສະຖານະການຈາກລັດຖະບານ ແລະ ບັນດາອົງການກູ້ໄພກູ້ຊີບ. ນອກຈາກນັ້ນ, ກຸ່ມບໍລິສັດດັ່ງກ່າວກໍໄດ້ແຈກຢາຍເຄື່ອງບັນເທົ່າທຸກຢູ່ 45 ແຫ່ງ, ລວມມີອາຫານ 10.000 ພູດໃຫ້ແກ່ປະຊາຊົນ ແລະ ຈະສືບຕໍ່ເປີດກວ້າງການຊ່ວຍເຫຼືອໃນໄລຍະຈະມາເຖິງ.