ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມຄັ້ງທຳອິດພາຍຫຼັງ 50 ປີ ທີ່ຫວຽດນາມ ແລະ ລາຊະອານາຈັກແບນຊິກ ສ້າງຕັ້ງການພົວພັນທາງການທູດ, ພິເສດໃນສະພາບການຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່.
ພິທີຕ້ອນຮັບກະສັດ ແລະ ພະມະເຫສີ ແບນຊິກ ຢູ່ສະໜາມບິນສາກົນ ໂນ້ຍບາຍ (ພາບ: TTXVN)
ຕອນເຊົ້າວັນທີ 31 ມີນາ, ກະສັດ Philippe ແລະ ພະມະເຫສີ Mathilde ຂອງລາຊະອານາຈັກ ແບນຊິກ ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 31 ມີນາ ຫາວັນທີ 4 ເມສາ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ແລະ ພັນລະຍາ. ອອກຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນ້ຍບ່າຍມີ: ທ່ານນາງ ຟານທິກິມແອັງ ຮອງຫົວໜ້າຫ້ອງວ່າການປະທານປະເທດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ.
ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມຄັ້ງທຳອິດພາຍຫຼັງ 50 ປີ ທີ່ຫວຽດນາມ ແລະ ລາຊະອານາຈັກແບນຊິກ ສ້າງຕັ້ງການພົວພັນທາງການທູດ, ພິເສດໃນສະພາບການຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ແມ່ນຂີດໝາຍປະຫວັດສາດສຳຄັນ, ນຳການພົວພັນສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງກ່ວາ, ການຮ່ວມມືກໍ່ໄດ້ຮັບການຊຸກຍູ້ທີ່ແທດຈິງ ແລະ ມີປະສິດທິຜົນກ່ວາ.
(ແຫຼ່ງຄັດຈາກ VOV)