ໂຄງການເພື່ອແນໃສ່ເຊື່ອມຕໍ່ຍຸດທະສາດບັນດາມະຫາວິທະຍາໄລ ຫວຽດນາມ ກັບບັນດາມະຫາວິທະຍາໄລ ອາເມລິກາ, ໜູນຊ່ວຍບັນດາມະຫາວິທະຍາໄລຂອງສອງຝ່າຍ ສ້າງແຜນການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບຄະນະຜູ້ແທນ ມະຫາວິທະຍາໄລ21 ແຫ່ງ ທີ່ມີຊື່ສຽງແຖວໜ້າ ອາເມລິກາ
ຕອນເຊົ້າວັນທີ 31 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ມະຫາວິທະຍາໄລ21 ແຫ່ງ ທີ່ມີຊື່ສຽງແຖວໜ້າ ອາເມລິກາ ເຊິ່ງພວມເຂົ້າຮ່ວມໂຄງການແລກປ່ຽນວິຊາການສຶກສາ ສາກົນ 2025 ຢູ່ ຫວຽດນາມ. ໂຄງການເພື່ອແນໃສ່ເຊື່ອມຕໍ່ຍຸດທະສາດບັນດາມະຫາວິທະຍາໄລ ຫວຽດນາມ ກັບບັນດາມະຫາວິທະຍາໄລ ອາເມລິກາ, ໜູນຊ່ວຍບັນດາມະຫາວິທະຍາໄລຂອງສອງຝ່າຍ ສ້າງແຜນການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງ.
ເມື່ອແລກປ່ຽນກັບຄະນະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາມະຫາວິທະຍາໄລຂອງສອງປະເທດສົມທົບກັນສ້າງບັນດາແຜນການ, ໂຄງການຮ່ວມມືທີ່ມີລັກສະນະຍາວນານ, ຍືນຍົງ, ແທດຈິງ ແລະ ມີປະສິດທິຜົນດ້ວຍຮູບແບບທີ່ອຸດົມສົມບູນ, ມີຫົວຄິດປະດິດສ້າງ, ມີໄຫວພິບຄື: ແລກປ່ຽນນັກສຶກສາ, ຄູອາຈານ, ເຊື່ອມຕໍ່ການບຳລຸງສ້າງ, ບັນດາໂຄງການຄົ້ນຄ້ວາລວມ, ບັນດາຂົງເຂດໃໝ່ເພື່ອຊ່ວຍຫວຽດນາມຂຸດຄົ້ນທະເລ, ອາວະກາດ, ເຂດໃຕ້ດິນ, ອາເມລິກາ ພິຈາລະນາເປີດກວ້າງໂຄງການສະໜອງທຶນການສຶກສາ, ໃຫ້ບຸລິມະສິດຄ່າຮຽນໃຫ້ແກ່ນັກສຶກສາ, ນັກຄົ້ນຄ້ວາ ຫວຽດນາມ.
ສ່ວນຝ່າຍອາເມລິກາ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ຜູ້ຕາງໜ້າບັນດາມະຫາວິທະຍາໄລອາເມລິກາ ໄດ້ຕີລາຄາສູງຍຸດທະສາດພັດທະນາຂອງ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດການສຶກສາ, ບຳລຸງສ້າງ, ທ່ານໃຫ້ຮູ້ວ່າພ້ອມແລ້ວທີຈະຮ່ວມມື, ຮ່ຽງບ່າຮ່ຽງໄຫຼ່ພ້ອມກັບ ຫວຽດນາມ ປະຕິບັດບັນດາຍຸດທະສາດພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນໃນການສຶກສາ, ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ.
(ແຫຼ່ງຄັດຈາກ VOV)