• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜ່ວຍ​ກູ້​ໄພ​ກູ້​ຊີບ ຂອງ ຫວຽດ​ນາມ ເດີນ​ທາງໄປ​ຮອດ​ມຽນ​ມາ, ເລີ່ມ​ຕົ້ນ​ການ​ໜູນ​ຊ່ວຍ​ແກ​້​ໄຂ​ຜົນ​ຕາມ​ມາ​ຂອງ​ເຫດ​ແຜ່ນ​ດິນ​ໄຫວ

ພ້ອມກັບການຈັດສົ່ງກຳລັງເຂົ້າຮ່ວມການກູ້ໄພກູ້ຊີບ, ຫວຽດນາມ ກໍ່ໄດ້ຕັດສິນໃຈໜູນຊ່ວຍເຄື່ອງຊ່ວຍເຫຼືອໂດຍດ່ວນຕາມຂໍ້ສະເໜີຂອງ ມຽນມາ, ຊ່ວຍເຫຼືອເງິນເປັນຈຳນວນ 300.000 USD ຊ່ວຍເຫຼືອມຽນມາ ແກ້ໄຂຜົນຕາມມາຈາກເຫດແຜ່ນດິນໄຫວ.
ໜ່ວຍກູ້ໄພກູ້ຊີບ ຂອງ ຫວຽດນາມ ເດີນທາງໄປຮອດມຽນມາ, ເລີ່ມຕົ້ນການໜູນຊ່ວຍແກ້ໄຂຜົນຕາມມາຂອງເຫດແຜ່ນດິນໄຫວ (ພາບປະກອບ: qdnd.vn)

ວັນທີ 31 ມີນາ, ສະມຊິກ 106 ຄົນ ຂອງ ສອງຄະນະປະຕິບັດງານຂຶ້ນກັບກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມໄດ້ເລີ່ມຜັນຂະຫຍາຍບັນດາການເຄື່ອນໄຫວກູ້ໄພກູ້ຊີບ ຢູ່ບັນດາສະຖານທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວຢູ່ ມຽນມາ. ເຄື່ອງບັນເທົາທຸກກໍ່ໄດ້ຂົນສົ່ງໄປເຖິງປະຊາຊົນເຂດປະສົບເຄາະຮ້າຍ.

ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 30 ມີນາ, ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ Yangon ກຳລັງກູ້ໄພກູ້ຊີບຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ອອກເຄື່ອນດ້ວຍລົດໂອໂຕໄປຍັງນະຄອນຫຼວງ Naypyitaw, ຫ່າງຈາກ Yangon ກ່ວາ 450 ກີໂລແມັດ, ເພື່ອແລກປ່ຽນ ແລະ ສົມທົບກັບປະເທດເພື່ອນ ເພື່ອຜັນຂະຫຍາຍວິທີການຄົ້ນຫາຜູ້ປະສົບເຄາະຮ້າຍ.

ທ່ານ ພົນຈັດຕາວາ ຟ້າມວັນຕິ, ຮອງຫົວໜ້າຫ້ອງການຜູ້ປະຈຳການຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດ, ທຳມະຊາດ ແລະ ຄົ້ນຫາກູ້ຊີບ, ຮອງຫົວໜ້າກົມກູ້ໄພກູ້ຊີບ (ກະຊວງປ້ອງກັນປະເທດ), ພ້ອມທັງແມ່ນຜູ້ບັນຊາການໃຫຍ່ ບັນດາກຳລັງກອງທັບເຂົ້າຮ່ວມການຄົ້ນຫາກູ້ໄພກູ້ຊີບຢູ່ ມຽນມາ ແບ່ງປັນວ່າ:

ຄາດວ່າໃນຕອນເຊົ້າມື້ນີ້, ພວກຂ້າພະເຈົ້າ ຈະເຮັດວຽກກັບຄະນະປະສານສົມທົບຂອງ ມຽນມາ ເພື່ອເປັນເອກະພາບກ່ຽວກັບໜ້າທີ່, ເນື້ອໃນ, ວິທີການຈັດຕັ້ງຄົ້ນຫາການກູ້ໄພກູ້ຊີບ. ພວກເຮົາຈະສືບຕໍ່ເຄື່ອນທັບໄປຍັງຈຸດເກີດແຜ່ນດິນໄຫວ, ເຊິ່ງແມ່ນເຂດຖືກເສຍຫາຍຫຼາຍທີ່ສຸດ. ປັດຈຸບັນ ຍັງມີຫຼາຍພັນຄົນຖືກຖະຫຼົ່ມຢູ່ໃຕ້ຊາກຫັກພັງ, ດັ່ງນັ້ນພາຍຫຼັງມາຮອດເຂດນີ້, ພວກເຮົາຕ້ອງຜັນຂະຫຍາຍໜ້າທີ່ຢ່າງທັນທີ.

ພ້ອມກັບການຈັດສົ່ງກຳລັງເຂົ້າຮ່ວມການກູ້ໄພກູ້ຊີບ, ຫວຽດນາມ ກໍ່ໄດ້ຕັດສິນໃຈໜູນຊ່ວຍເຄື່ອງຊ່ວຍເຫຼືອໂດຍດ່ວນຕາມຂໍ້ສະເໜີຂອງ ມຽນມາ, ຊ່ວຍເຫຼືອເງິນເປັນຈຳນວນ 300.000 USD ຊ່ວຍເຫຼືອມຽນມາ ແກ້ໄຂຜົນຕາມມາຈາກເຫດແຜ່ນດິນໄຫວ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ, ກະສັດລາຊະອານາຈັກ ແບນຊິກ Philippe ແລະ ພະມະເຫສີ Mathilde ໄດ້ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 31 ມີນາ ຫາວັນທີ 04 ເມສາ. ຕອນເຊົ້າວັນທີ 01 ເມສາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບກະສັດ Philippe ແລະ ພະມະຫາເຫສີ Mathilde.

Top