ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.
ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.
ຮູບພາບ “ລົດຖັງຂອງກອງທັບປົດປ່ອຍບຸກເຂົ້າສູ່ທຳນຽບ ຖົງເຍີດ” ທີ່ຖ່າຍໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ນັກຂ່າວສະໜາມຮົບຂອງສຳນັກຂ່າວສານ ຫວຽດນາມ (VNA) ໄດ້ບັນທຶກພາບປະຫວັດສາດ ແລະ ກາຍເປັນຮູບພາບສັນຍາລັກແຫ່ງການຕໍ່ສູ້ເພື່ອເອກະລາດ ແລະ ການໂຮມປະເທດຊາດເປັນເອກະພາບ ໃນຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ.
ເຂົ້າຮ່ວມໃນຄວາມເບີກບານມ່ວນຊື່ນລວມຂອງປະເທດຊາດ, ສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຕໍ່ບັນພະບູລຸດ, ດ້ວຍຄວາມເຫັນດີຈາກ VNA ແລະນັກຂ່າວ ເຈິ່ນມາຍເຫືອງ, ຮູບພາບດັ່ງກ່າວໄດ້ຖືກກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ ນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນ, ເຊິ່ງເປັນຂອງຂວັນທີ່ລະນຶກປະກອບ ສ່ວນຮັກສາຄຸນຄ່າທາງດ້ານຈິດໃຈອັນເປັນຍືນຍົງກັບການເວລາ.
ຄວາມເຄົາລົບ ແລະ ຄວາມຮູ້ບຸນຄຸນ ແມ່ນສິ່ງທີ່ກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ ຝາກໄວ້ໃນຜະລິດຕະພັນ Limited Edition ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໂຮມປະເທດຊາດເປັນເອກະພາບ.
ຮູບພາບໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ” (30/4/1975 - 30/4/2025) ໄດ້ຖືກອອກແບບໂດຍອີງໃສ່ຮູບພາບ “ລົດຖັງຂອງກອງທັບປົດປ່ອຍບຸກເຂົ້າສູ່ທຳນຽບ ຖົງເຍີດ” ທີ່ຖ່າຍໂດຍນັກຂ່າວສະໜາມຮົບ ເຈິ່ນມາຍເຫືອງ ໃນຕອນທ່ຽງຂອງວັນທີ 30 ເມສາ 1975, ເຊິ່ງໄດ້ລົງພິມໃນໜັງສືພິມຕ່າງໆ ໃນວັນທີ 1 ພຶດສະພາ 1975.
ແທ່ງເງິນມີເນື້ອເງິນ 99,9%, ນ້ຳໜັກ 5 ຕຳລຶງ, ປະລິມານ 187,5 ກຣາມ, ໄດ້ຮັບການກວດກາຢ່າງລະມັດລະວັງກ່ຽວກັບສິລະປະ, ນ້ຳໜັກ, ຄຸນນະພາບເງິນ ແລະ ຕິດສະແຕມກັນປອມ. ໂດຍສະເພາະ, ພູກວີ ຈຳກັດຈຳນວນພຽງແຕ່ 2025 ຜະລິດຕະພັນເທົ່ານັ້ນ. ພູກວີ ເລີ່ມຮັບສັ່ງຈອງຕັ້ງແຕ່ວັນທີ 01 ເມສາ 2025, ແລະ ຈະຈັດສົ່ງສິນຄ້າໃນວັນທີ 20 ເມສາ 2025 ທີ່ຮ້ານຄ້າ ພູກວີ ແລະ ບັນດາຕົວແທນຈຳໜ່າຍທີ່ໄດ້ຮັບອະນຸຍາດຈາກ ພູກວີ ໃນທົ່ວປະເທດ.
ຄຽງຄູ່ໄປກັບການພັດທະນາຢ່າງບໍ່ຢຸດຢັ້ງຂອງປະເທດຊາດ, ເສັ້ນທາງກວ່າ 2 ທົດສະວັດທີ່ເຕັມໄປດ້ວຍຄວາມພາກພູມໃຈຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ ຈົນເຖິງປະຈຸບັນ ໄດ້ກາຍເປັນເຄື່ອງຢັ້ງຢືນເຖິງຄວາມໜ້າເຊື່ອຖື, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບໃນຂະແໜງຄຳເງິນຂອງປະເທດ.
ຂົງເຂດການເຄື່ອນໄຫວຫຼັກທີ່ສ້າງຊື່ສຽງໃຫ້ແກ່ ພູກວີ ໃນປະຈຸບັນ ສາມາດກ່າວໄດ້ຄື: ສູນການຊື້ຂາຍຄຳແທ່ງທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງລັດ, ການຜະລິດ ແລະ ຈຳໜ່າຍຜະລິດຕະພັນຄຳຮູບປະພັນ, ຄຳແທ່ງ, ເຄື່ອງປະດັບຄຳ 24K, ເຄື່ອງປະດັບຄຳ 18K ແລະ ຫຼ້າສຸດແມ່ນການບຸກເຂົ້າສູ່ຕະຫຼາດເງິນທີ່ມີທ່າແຮງ.
ຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ” (30/4/1975 - 30/4/2025) ໄດ້ຮັບການອອກແບບຢ່າງພິຖີພິຖັນ, ບັນຈຸຢູ່ໃນກ່ອງທີ່ສວຍງາມ.
ທີ່ ພູກວີ, ທຸກໆ ຜະລິດຕະພັນທີ່ສົ່ງເຖິງມືລູກຄ້າແມ່ນຜົນງານອັນເປັນເລີດຂອງຂະບວນການຜະລິດອັນຊຳນານງານ ພ້ອມດ້ວຍຫົວໃຈທີ່ຮັກອາຊີບ ຂອງທີມງານຊ່າງຄຳທີ່ມີຄວາມກະຕືລືລົ້ນ ແລະ ມີປະສົບການສູງ. ພ້ອມກັນນັ້ນ, ດ້ວຍຂໍ້ໄດ້ປຽບໃນຂະບວນການຜະລິດ, ພູກວີ ຍັງສືບຕໍ່ປັບປຸງ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ ເພື່ອສ້າງຜະລິດຕະພັນທີ່ມີຄຸນຄ່າທາງດ້ານຄວາມງາມອັນເປັນເລີດ, ນຳມາເຊິ່ງຄວາມເພິ່ງພໍໃຈ ແລະ ຄວາມໝັ້ນໃຈໃຫ້ແກ່ລູກຄ້າທຸກທ່ານ.
ຕະຫຼອດເສັ້ນທາງກວ່າ 20 ປີແຫ່ງການພັດທະນາ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ, ດ້ວຍຄວາມພະຍາຍາມ ແລະ ຄວາມມານະອົດທົນອັນໂດດເດັ່ນ, ຍີ່ຫໍ້ ພູກວີ ໄດ້ຮັບກຽດຫຼາຍຄັ້ງດ້ວຍຜົນງານທີ່ໜ້າຈົດຈຳ ແລະໂດດເດັ່ນ ເຊັ່ນ: ຕິດອັນດັບ 3 ຍີ່ຫໍ້ ຫວຽດນາມ ດີເດັ່ນປີ 2014, ລາງວັນ ວິສາຫະກິດ ຄຳ ຫວຽດນາມ ປີ 2010, ຕິດອັນດັບ 100 ຍີ່ຫໍ້ທີ່ມີຊື່ສຽງ ແລະ ໜ້າເຊື່ອຖື ປີ 2013…
ມາຮອດປະຈຸບັນ, ພູກວີ ຍັງສືບຕໍ່ຍົກສູງຄຸນນະພາບການບໍລິການ, ເອົາໃຈໃສ່ໃນການລົງທຶນ, ປັບປຸງອຸປະກອນ ແລະ ເຕັກໂນໂລຊີທີ່ທັນສະໄໝ, ເພື່ອຜະລິດຜະລິດຕະພັນທີ່ໄດ້ມາດຕະຖານສາກົນ, ຕອບສະໜອງທຸກຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນຂອງລູກຄ້າ. ພູກວີ ຍັງສືບຕໍ່ປັບປຸງນະໂຍບາຍສຳລັບພະນັກງານ.
ທັງໝົດນີ້ ແມ່ນເພື່ອມຸ່ງໄປສູ່ເປົ້າໝາຍດຽວກັນຄືການກາຍເປັນກຸ່ມບໍລິສັດຄຳເງິນທີ່ດີທີ່ສຸດໃນ ຫວຽດນາມ./.