WHO ແຈ້ງໃຫ້ຊາບວ່າ ເຄື່ອງອຸປະກອນສຸກເສີນ ເພື່ອປິ່ນປົວຜູ້ເຈັບໜັກ, ພ້ອມກັບຕູບງວດທຳອິດໄດ້ສົ່ງໄປເຖິງໂຮງໝໍຢູ່ນະຄອນຫຼວງ Naypyitaw ດ້ວຍຂອບຂະໜາດ 1.000 ຕຽງ.
ວັນທີ 30 ມີນາ, ອົງການອະນາໄມໂລກ (WHO) ຕີລາຄາວ່າ ເຫດແຜ່ນດິນໄຫວຢູ່ ມຽນມາ ແມ່ນສະພາວະສຸກເສີນຢູ່ລະດັບສູງສຸດ, ພ້ອມກັນນັ້ນ, ຮຽກຮ້ອງການອຸປະຖຳໂດຍດ່ວນແມ່ນຈຳນວນເງິນ 8 ລ້ານ USD ເພື່ອໜູນຊ່ວຍປະຊາຊົນ ແລະ ສະກັດກັ້ນພະຍາດແຜ່ລະບາດຢູ່ ມຽນມາ ໃນເວລາ 30 ວັນທີ່ຈະມາເຖິງ.
WHO ແຈ້ງໃຫ້ຊາບວ່າ ເຄື່ອງອຸປະກອນສຸກເສີນ ເພື່ອປິ່ນປົວຜູ້ເຈັບໜັກ, ພ້ອມກັບຕູບງວດທຳອິດໄດ້ສົ່ງໄປເຖິງໂຮງໝໍຢູ່ນະຄອນຫຼວງ Naypyitaw ດ້ວຍຂອບຂະໜາດ 1.000 ຕຽງ. ບັນດາເຄື່ອງອຸປະກອນທີ່ຄ້າຍຄືກັນກໍ່ພວມໄດ້ຂົນສົ່ງໄປໂຮງໝໍຫຼາຍຂະແໜງ Mandalay ທາງທິດເໜືອ.
ໃນວັນດຽວກັນ, ສະພາກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ໄດ້ປຸກລະດົມຄຳຮຽກຮ້ອງດ່ວນເພື່ອແນໃສ່ລະດົມຈຳນວນເງິນກວ່າ 115 ລ້ານ USD ເພື່ອໜູນຊ່ວຍ 100.000 ຄົນ (20.000 ຄອບຄົວ) ມຽນມາ ຜ່ານບັນດາມາດຕະການກູ້ໄພກູ້ຊີບ ແລະ ໜູນຊ່ວຍການຟື້ນຟູໂດຍໄວພາຍໃນເວລາ 24 ເດືອນຈະມາເຖິງ.
ມາຮອດປະຈຸບັນ, ເຫດແຜ່ນດິນໄຫວມີຄວາມແຮງ 7,7 ຣິກເຕີ ເກີດຂຶ້ນໃນວັນທີ 28 ມີນາ ຢູ່ ມຽນມາ, ໄດ້ເຮັດໃຫ້ກວ່າ 1.700 ຄົນເສຍຊີວິດ, ປະມານ 3.400 ຄົນຮັບບາດເຈັບ ແລະ ມີຜູ້ຫາຍສາບສູນປະມານ 300 ຄົນ.
(ແຫຼ່ງຄັດຈາກ VOV)