• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ທັບ​ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ກໍ່​ສ້າງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ກັບ​ກອງ​ທັບ​ລາວ

ທີ່ການເຮັດວຽກ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການກັບ ລາວກ່ຽວກັບການເຄື່ອນໄຫວຮັສາສັນຕິພາບ ສປຊ.
ກອງທັບຫວຽດນາມ ແບ່ງປັນບົດຮຽນປະສົບການໃນການກໍ່ສ້າງກຳລັງຮັກສາສັນຕິພາບ ກັບກອງທັບລາວ (ພາບ: qdnd.vn)

ວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ຄະນະປະຕິບັດງານຂອງກອງທັບປະຊາຊົນລາວ ໂດຍທ່ານ ພົນຕີ ວັນທອງ ບຸນຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບທ່ານ ພົນຈັດຕະວາ ຟ້ານແມັ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ.

ທີ່ການເຮັດວຽກ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການກັບ ລາວກ່ຽວກັບການເຄື່ອນໄຫວຮັສາສັນຕິພາບ ສປຊ. ໜູນຊ່ວຍລາວ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ແມ່ນແຜນນະໂຍບາຍ ແລະ ການຊີ້ນຳຂອງ ການນຳພັກ, ລັດ, ລັດຖະບານ ແລະ ກອງທັບປະຊາຊົນ ຫວຽດນາມ.

ສ່ວນທ່ານ ວັນທອງ ບຸນຕະວົງ ໄດ້ເນັ້ນໜັກວ່າ ຫວຽດນາມແມ່ນປະເທດທຳອິດທີ່ລາວມີຄວາມປາດຖະໜາຢາກ ຮ່ວມມື ແລະ ດຳເນີນການແລກປ່ຽນປະສົບການ ກ່ຽວກັບຂົງເຂດນີ້, ພ້ອມທັງໃຫ້ຮູ້ວ່າ ປັດຈຸບັນກອງທັບປະຊາຊົນ ລາວໄດ້ມີບັນດາກົມກອງພ້ອມແລ້ວທີ່ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບໃນຂົງເຂດນີ້ຄື: ເສນາຮັກ, ຄົ້ນຫາທຳລາຍລູກລະເບີດບໍ່ທັນແຕກ, ທະຫານຊ່າງແສງ ແລະ ກູ້ໄພກູ້ຊີບ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບທາງ​ລັດ​ຖະ​ກິດ​ກະ​ສັດ​ລາ​ຊະ​ອາ​ນາ​ຈັກ​ ແບນ​ຊິກ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ, ກະສັດລາຊະອານາຈັກ ແບນຊິກ Philippe ແລະ ພະມະເຫສີ Mathilde ໄດ້ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 31 ມີນາ ຫາວັນທີ 04 ເມສາ. ຕອນເຊົ້າວັນທີ 01 ເມສາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບກະສັດ Philippe ແລະ ພະມະຫາເຫສີ Mathilde.

Top