• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວ​ມືມ​ຮອບ​ດ້ານ ຫວຽດ​ນາມ - ລາວ​ມີ​ຄວາມ​ໝາຍ​ສຳ​ຄັນຕໍ່ແຕ່​ລະ​ປະ​ເທດ

ທ່ານປະທານປະເທດ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອຂອງລາວ ໃນພາລະກິດແຫ່ງການຕໍ່ສູ້ ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ແລະ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ, ຈະພ້ອມກັບລາວ ຮັກສາໝາກຜົນການປະຕິວັດທີ່ບັນລຸໄດ້ຢ່າງໝັ້ນແກ່ນ.
ທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ແລະ ທ່ານ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ (ພາບ: Lâm Khánh/TTXVN)

ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມືມຮອບດ້ານ ຫວຽດນາມ - ລາວມີຄວາມໝາຍສຳຄັນຕໍ່ແຕ່ລະປະເທດ ນັ້ນແມ່ນການຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ໃນໂອກາດຕ້ອນຮັບທ່ານ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນຕອນບ່າຍວັນທີ 11 ສິງຫາ ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດທ່ານຮອງລັດຖະມົນຕີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 10  - 14 ສິງຫາ 2025.

ທ່ານປະທານປະເທດ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອຂອງລາວ ໃນພາລະກິດແຫ່ງການຕໍ່ສູ້ ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ແລະ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ, ຈະພ້ອມກັບລາວ ຮັກສາໝາກຜົນການປະຕິວັດທີ່ບັນລຸໄດ້ຢ່າງໝັ້ນແກ່ນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງທັງສອງຊາດ. ທ່ານປະທານປະເທດ ເລື່ອງກືອງ ສະເໜີ ໃນໄລຍະຈະມາເຖິງກອງທັບສອງປະເທດເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການສ້າງກອງທັບຢ່າງໝັ້ນແກ່ນ ກ່ຽວກັບການເມືອງ, ແນວຄິດ, ພະນັກງານ ແລະ ການຈັດຕັ້ງ.

ສ່ວນທ່ານພົນຕີ  ວົງສອນ ອິນປານພິມຢັ້ງຢືນວ່າເຖິງວ່າຢູ່ໃນສະພາບການໃດ ກໍ່ຕາມ ກອງທັງປະຊາຊົນລາວ ຍາມໃດກໍ່ຮ່ວມເດີນທາງພ້ອມກັບກອງທັບປະຊາຊົນ ຫວຽດນາມ ເພື່ອປົກປັກຮັກສາ, ສ້າງສາປະເທດຊາດ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່່າງສອງປະເທດ. 

(ແຫຼ່ງຄັດຈາກ VOV)

ວາລະສານ ຂ່າວພາບ ຫວຽດນາມ ເຂົ້າເຖິງປະຊາຊົນ ລາວ ແລະ ໝູ່ເພື່ອນສາກົນ

ວາລະສານ ຂ່າວພາບ ຫວຽດນາມ ເຂົ້າເຖິງປະຊາຊົນ ລາວ ແລະ ໝູ່ເພື່ອນສາກົນ

ຕາມນັກຂ່າວ ສຳນັກຂ່າວສານ ຫວຽດນາມ (VNA) ປະຈໍາ ສປປ ລາວ, ຕອນບ່າຍວັນທີ 12 ສິງຫາ, ຢູ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ຄະນະໂຄສະນາອົບຮົມ ສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສື່ມວນຊົນ, ການພິມ ແລະ ຈຳໜ່າຍຂອງ ລາວ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິ່ງຫາ 2025) ຢ່າງສົມກຽດ.

Top