• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.
ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນ (ພາບ: VNA))

ຕອນ​ບ່າຍ​ວັນ​ທີ 16 ພະ​ຈິກ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການຂອງປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ (15-17/11).

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ ໂຕ​ເລິມ ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ຈະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ, ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ​ເຂົ້າ​ພາ​ລະ​ກິດ​ພັດ​ທະ​ນາ​ຂອງ​ສອງ​ຊາດ:

ບົນ​ພື້ນ​ຖານ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ເຊິ່ງ​ສອງ​ຝ່າຍ​ບັນ​ລຸ​ໄດ້, ພ້ອມ​ກັບ​ວິ​ໄສ​ທັດ​ຍຸດ​ທະ​ສາດ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ - ປາ​ຊີ​ຟິກ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ ແຈ້ງ​ໃຫ້​ສອງ​ຝ່າຍ​ຮັບ​ຊາ​ບ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ໃນ​ນັ້ນ​ກຳ​ນົດ​ບັນ​ດາ​ທິດ​ທາງ, ເປົ້າ​ໝາຍ, ຫຼັກ​ການ ແລະ 6 ເສົາ​ຄ້ຳ​ຮ່ວມ​ມື​ຍຸດ​ທະ​ສາດ​ລວມ​ມີ: ການ​ເມືອງ, ການ​ທູດ, ເສດ​ຖະ​ກິດ, ການ​ຄ້າ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ກາ​ນສຶກ​ສາ ແລະ ວັດ​ທະ​ນະ​ທຳ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ.

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ, ເປີດກວ້າງ​ຕະຫຼາດ ເພື່ອ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ສອງ​ປະ​ເທດ ໃຫ້​ສົມ​ກັບ​ຄວາມ​ຄາດ​ຫວັງ​ທີ່​ໄດ້​ວາງ​ອອກ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ສະ​ໝຸດ​ຮ່ວມ - ອະ​ນາ​ຄົດ​ຮ່ວມ

ມະ​ຫາ​ສະ​ໝຸດ​ຮ່ວມ - ອະ​ນາ​ຄົດ​ຮ່ວມ

ແຕ່​ວັນ​ທີ 17 – 20 ພະ​ຈິກ, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ສຸດຍອດ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 33 ຢູ່​ນະ​ຄອນ ເຊິງ​ເຈິ້ງ, ຈີນ ແລະ ເຮັດ​ວຽກ​ສອງ​ຝ່າຍ​ຢູ່​ທີ່​ນີ້.

Top