ທ່ານ José Antonio Kast ປະທານາທິບໍດີ ຈີເລ ໃຫ້ຮູ້ວ່າ ຈີເລ ຍິນດີຕ້ອນຮັບບັນດານັກລົງທຶນ ຫວຽດນາມ; ສະເໜີບັນດາວິສາຫະກິດ ຫວຽດນາມ ແລະ ຈີເລພ້ອມກັນເປີດກວ້າງບັນດາຮູບແບບການຮ່ວມມືໃນບັນດາຂົງເຂດອຸດສາຫະກຳ ແລະ ເຕັກໂນໂລຢີ.
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ José Antonio Kast ປະທານາທິບໍດີ ຈີເລ ໄດ້ພົບປະກັບສື່ມວນຊົນ (ພາບ: VNA))
ຕອນບ່າຍວັນທີ 16 ພະຈິກ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ José Antonio Kast ປະທານາທິບໍດີ ຈີເລ ໄດ້ພົບປະກັບສື່ມວນຊົນເພື່ອປະກາດກ່ຽວກັບໝາກຜົນຂອງການເຈລະຈາໃນໂອກາດການຢ້ຽມຢາມ ຫວຽດນາມຢ່າງເປັນທາງການຂອງປະທານາທິບໍດີ ຈີເລ (15-17/11).
ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ເຊື່ອໝັ້ນວ່າ ການພົວພັນ ຫວຽດນາມ ຈີເລຈະກ້າວຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ, ແທ້ຈິງ ແລະ ມີປະສິດທິຜົນກວ່າອີກ, ປະກອບສ່ວນຢ່າງແທ້ຈິງເຂົ້າພາລະກິດພັດທະນາຂອງສອງຊາດ:
ບົນພື້ນຖານບັນດາຜົນສຳເລັດທີ່ຍິ່ງໃຫຍ່ເຊິ່ງສອງຝ່າຍບັນລຸໄດ້, ພ້ອມກັບວິໄສທັດຍຸດທະສາດ ພ້ອມກັນມຸ່ງໄປເຖິງອະນາຄົດ, ການຮ່ວມມື ແລະ ພັດທະນາວັດທະນາຖາວອນຢູ່ ອາຊີ - ປາຊີຟິກ, ທ່ານປະທານາທິບໍດີ ແລະ ຂ້າພະເຈົ້າຮູ້ສຶກດີໃຈ ແຈ້ງໃຫ້ສອງຝ່າຍຮັບຊາບກ່ຽວກັບການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນກຳນົດບັນດາທິດທາງ, ເປົ້າໝາຍ, ຫຼັກການ ແລະ 6 ເສົາຄ້ຳຮ່ວມມືຍຸດທະສາດລວມມີ: ການເມືອງ, ການທູດ, ເສດຖະກິດ, ການຄ້າ, ກະສິກຳ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ ແລະ ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ທ່ານ José Antonio Kast ປະທານາທິບໍດີ ຈີເລ ໃຫ້ຮູ້ວ່າ ຈີເລ ຍິນດີຕ້ອນຮັບບັນດານັກລົງທຶນ ຫວຽດນາມ; ສະເໜີບັນດາວິສາຫະກິດ ຫວຽດນາມ ແລະ ຈີເລພ້ອມກັນເປີດກວ້າງບັນດາຮູບແບບການຮ່ວມມືໃນບັນດາຂົງເຂດອຸດສາຫະກຳ ແລະ ເຕັກໂນໂລຢີ, ເປີດກວ້າງຕະຫຼາດ ເພື່ອພັດທະນາພື້ນຖານເສດຖະກິດສອງປະເທດ ໃຫ້ສົມກັບຄວາມຄາດຫວັງທີ່ໄດ້ວາງອອກ.