• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າເຂດດົງບັກ

      ດ້ວຍຫົວຂໍ້ວ່າ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າເຂດດົງບັກ - ເຊິ່ງແມ່ນເຂດທາງທິດຕາເວັນອອກສ່ຽງເໜືອຫວຽດນາມ ໃນໄລຍະປ່ຽນແປງໃໝ່ - ເຊື່ອມໂຍງ ແລະ ພັດທະນາປະເທດຊາດແບບຍືນຍົງ”
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດດົງບັກ ຄັ້ງທີ 10 ຈະດຳເນີນຢູ່ນະຄອນ ວິ້ງອຽນ, ແຂວງ ວິ້ງຟຸກ, ໃນລະຫວ່າງວັນທີ 02 – 04 ພະຈິກ, ດ້ວຍການເຄື່ອນໄຫວດູດດື່ມຫຼາຍຢ່າງ.
        ວັນບຸນຈະດຳເນີນບັນດາການເຄື່ອນໄຫວຄື: ງານມະໂຫລານສະແດງສິລະປະມວນຊົນ; ການສະແດງຊຸດອາພອນປະຈຳເຜົ່າ; ການໂຄສະນາວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ແນະນຳອາຫານການກິນຂອງຊົນເຜົ່າ…
        ວັນບຸນໂດຍມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປິນ ແລະ ປະຊາຊົນບັນດາເຜົ່າຢູ່ 10 ແຂວງເຂດດົງບັກ ຄື: ວິ້ງຟຸກ, ບັ໊ກກ້ານ, ຮ່າຢາງ, ຕວຽນກວາງ, ກາວບັ່ງ…
        ພິທີໄຂວັນບຸນວັດທະນະທຳ, ກິລາ, ທ່ອງທ່ຽວບັນດາເຜົ່າເຂດດົງບັກດຳເນີນໃນຕອນຄ່ຳວັນທີ 02 ພະຈິກ ຢູ່ໂຮງລະຄອນແຂວງວິ້ງຟູກ.
 (ແຫຼ່ງຄັດຈາກ VOV)
 

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top