ຂ່າວສານ

ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າເຂດດົງບັກ

      ດ້ວຍຫົວຂໍ້ວ່າ ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າເຂດດົງບັກ - ເຊິ່ງແມ່ນເຂດທາງທິດຕາເວັນອອກສ່ຽງເໜືອຫວຽດນາມ ໃນໄລຍະປ່ຽນແປງໃໝ່ - ເຊື່ອມໂຍງ ແລະ ພັດທະນາປະເທດຊາດແບບຍືນຍົງ
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດດົງບັກ ຄັ້ງທີ 10 ຈະດຳເນີນຢູ່ນະຄອນ ວິ້ງອຽນ, ແຂວງ ວິ້ງຟຸກ, ໃນລະຫວ່າງວັນທີ 02 – 04 ພະຈິກ, ດ້ວຍການເຄື່ອນໄຫວດູດດື່ມຫຼາຍຢ່າງ.
        ວັນບຸນຈະດຳເນີນບັນດາການເຄື່ອນໄຫວຄື: ງານມະໂຫລານສະແດງສິລະປະມວນຊົນ; ການສະແດງຊຸດອາພອນປະຈຳເຜົ່າ; ການໂຄສະນາວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ແນະນຳອາຫານການກິນຂອງຊົນເຜົ່າ…
        ວັນບຸນໂດຍມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປິນ ແລະ ປະຊາຊົນບັນດາເຜົ່າຢູ່ 10 ແຂວງເຂດດົງບັກ ຄື: ວິ້ງຟຸກ, ບັ໊ກກ້ານ, ຮ່າຢາງ, ຕວຽນກວາງ, ກາວບັ່ງ…
        ພິທີໄຂວັນບຸນວັດທະນະທຳ, ກິລາ, ທ່ອງທ່ຽວບັນດາເຜົ່າເຂດດົງບັກດຳເນີນໃນຕອນຄ່ຳວັນທີ 02 ພະຈິກ ຢູ່ໂຮງລະຄອນແຂວງວິ້ງຟູກ.
 (ແຫຼ່ງຄັດຈາກ VOV)
 


top