
ຫວຽດນາມ ເຂົ້າຮ່ວມກອງປະຊຸມທຳອິດຂອງສະພາ CPTPP
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການຮ່ວມ, ຢັ້ງຢືນຄວາມຕັດສິນໃຈປະຕິບັດ CPTPP ຢ່າງຄົບຖ້ວນ ແນໃສ່ສົ່ງສານຢ່າງແຮງໃນການສະໜັບສະໜູນການຄ້າເສລີ, ວາງອອກບັນດາມາດຖານສູງ ແລະ ມີຄວາມດຸ່ນດ່ຽງໃຫ້ແກ່ການເຄື່ອນໄຫວແລກປ່ຽນການຄ້າໃນສະຕະວັນທີ 21 ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ພິເສດແມ່ນ ບັນດາລັດຖະມົນຕີໄດ້ຮັບຮອງເອົາຂໍ້ຕົກລົງສຳຄັນ 4 ສະບັບ.ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ມີຄວາມເຊື່ອໝັ້ນວ່າ ບັນດາປະເທດສະມາຊິກ CPTPP ຈະປະຕິບັດສົນທິສັນຍາຢ່າງມີປະສິດທິຜົນ, ຈາກນັ້ນ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)