ວັນທີ 19 ມັງກອນ, ກອງປະຊຸມທຳອິດຂອງສະພາສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ຈັດຕັ້ງຢູ່ນະຄອນຫລວງ ໂຕກຽວ, ຍີ່ປຸ່ນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີເສດຖະກິດ, ການຄ້າ ຂອງ 11 ປະເທດສະມາຊິກ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມທຳອິດຂອງສະພາ CPTPP
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການຮ່ວມ, ຢັ້ງຢືນຄວາມຕັດສິນໃຈປະຕິບັດ CPTPP ຢ່າງຄົບຖ້ວນ ແນໃສ່ສົ່ງສານຢ່າງແຮງໃນການສະໜັບສະໜູນການຄ້າເສລີ, ວາງອອກບັນດາມາດຖານສູງ ແລະ ມີຄວາມດຸ່ນດ່ຽງໃຫ້ແກ່ການເຄື່ອນໄຫວແລກປ່ຽນການຄ້າໃນສະຕະວັນທີ 21 ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ພິເສດແມ່ນ ບັນດາລັດຖະມົນຕີໄດ້ຮັບຮອງເອົາຂໍ້ຕົກລົງສຳຄັນ 4 ສະບັບ.
ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ມີຄວາມເຊື່ອໝັ້ນວ່າ ບັນດາປະເທດສະມາຊິກ CPTPP ຈະປະຕິບັດສົນທິສັນຍາຢ່າງມີປະສິດທິຜົນ, ຈາກນັ້ນ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)