
(ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ)
ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ: 2 ບັນຫາຕົ້ນຕໍເຊິ່ງບັນດາຜູ້ແທນສົນໃຈທີ່ການເຈລະຈາປ້ອງກັນຊາດ Seoul 2017 ແມ່ນບັນຫານິວເຄຼຍຂອງສປປ.ເກົາຫຼີ ແລະ ຄວາມໝັ້ນຄົງຢູ່ທະເລ. ທີ່ກອງປະຊຸມຢູ່ເຊີອຸນ, ບັນດາປະເທດໄດ້ສົນໃຈເປັນພິເສດເຖິງຄວາມໝັ້ນຄົງຢູ່ບັນດາເຂດທະເລທາງທິດຕາເວັນອອກ, ລວມມີທະເລຕາເວັນອອກ ແລະ ທະເລຮວາຕຸງ ຂອງຍີ່ປຸ່ນ, ໂດຍສະເພາະແມ່ນຢູ່ທະເລຕາເວັນອອກ. ນອກຈາກການກະທຳບໍ່ປະຕິບັດຕາມກົດໝາຍສາກົນ, ບັນດາຜູ້ແທນມີຄວາມວິຕົກກັງວົນຢ່າງເລິກເຊິ່ງເຖິງເລື່ອງບູລະນະຢູ່ບັນດາຫາດດອນຫີນ ແລະ ສ້າງບັນດາເກາະກາຍເປັນຖານທີ່ໝັ້ນການທະຫານ ຫຼື ເຄິ່ງການທະຫານຢູ່ທະເລຕາເວັນອອກ. ພົນໂທກໍ່ໄດ້ຕີລາຄາວ່າ, ຜ່ານກອງປະຊຸມຄັ້ງນີ້ອາດຈະເຫັນແຈ້ງວ່າ, ບັນຫາຄວາມໝັ້ນຄົງຢູ່ທະເລຕາເວັນອອກໄດ້ກາຍເປັນບັນຫາທົ່ວໂລກ ແລະ ພິເສດນີ້ແມ່ນບັນຫາໃຫຍ່ກວ່າໝູ່ຢູ່ພາກພື້ນ. ພົນໂທ ຫງວຽນຈິ໋ວິ້ງ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເຄົາລົບກົດໝາຍສາກົນ ແລະ ຢຶດໝັ້ນເດີນຕາມບັນດາມາດຕະການສັນຕິພາບເພື່ອຕໍ່ສູ້ ແລະ ຮ່ວມມື, ພ້ອມກັນຊອກຫາສັນຕິພາບ ແລະ ພັດທະນາຢູ່ທະເລຕາເວັນອອກ. ພົນໂທກໍ່ໃຫ້ຮູ້ວ່າ, ທັດສະນະຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຈາກທຸກໆປະເທດ.
(ແຫຼ່ງຄັດຈາກ VOV)