• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະໂອ້ລົມສົນທະນາຄົບຄະນະລະຫວ່າງບັນດາການນຳ APECແລະສະພາທີ່ປຶກສາວິສາຫະກິດ APEC

      ຕອນບ່າຍວັນທີ 10 ພະຈິກ ຢູ່ ນະຄອນ ດາຫນັງ, ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ເຂົ້າຮ່ວມວາລະໂອ້ລົມສົນທະນາຄົບຄະນະລະຫວ່າງບັນດາການນຳ APEC ແລະ ສະພາທີ່ປຶກສາວິສາຫະກິດ APEC(ABAC). 

ວາລະໂອ້ລົມສົນທະນາຄົບຄະນະລະຫວ່າງບັນດາການນຳ APECແລະສະພາທີ່ປຶກສາວິສາຫະກິດ APEC 
(ພາບ: TTXVN)
      ຕາງຫນ້າໃຫ້ພື້ນຖານເສດຖະກິດປະເທດເຈົ້າພາບ APEC 2017, ທ່ານປະທານປະເທດ ເຈີນດ້າຍກວາງ ມີບົດກ່າວປາໄສສຳຄັນທີ່ວາລະໂອ້ລົມສົນທະນາ. ທ່ານປະທານປະເທດ ຢືນຢັນ: ການໂອ້ລົມສົນທະນາລະຫວ່າງບັນດາການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ກັບບັນດາສະມາຊິກ ສະພາທີ່ປຶກສາວິສາຫະກິດ APEC ມີຄວາມໝາຍສຳຄັນທີ່ສຸດ ນີ້ແມ່ນຈຸດເວລາຄວນຊອກຫາບັນດາທິດກ້າວເດີນໃຫມ່ເພື່ອຮັກສາບົດບາດຂອງ APEC ແມ່ນກຳລັງຫນູນຂອງການເຕີບໂຕ ແລະ ຮ່ວມສຳພັນເສດຖະກິດທົ່ວໂລກ ແລະ ອາຊີ - ປາຊີຟິກ. ຕາມທ່ານປະທານປະເທດແລ້ວ, ບັນດາຂໍ້ສະເຫນີ, ແນວຄວາມຄິດຂອງສະພາທີ່ປຶກສາວິສາຫະກິດຈະແມ່ນພື້ນຖານສຳຄັນເພື່ອໃຫ້ບັນດາການນຳ APEC ຄິດໄລ່ຊັ່ງຊາ, ຕັດສິນບັນດາທິດກ້າວເດີນຂອງ APEC ໃນໄລຍະຈະມາເຖິງ. ທ່ານປະທານປະເທດຕີລາຄາສູງ ບົດລາຍງານຂອງ ABAC ພ້ອມທັງຊົມເຊີຍ 20 ຂໍ້ສະເຫນີແນະຂອງປະຊາຄົມວິສາຫະກິດພາກພື້ນ.
        “ຂ້າພະເຈົ້າຖືວ່າບັນດາຂໍ້ສະເຫນີທີ່ພວກເພື່ອນຍົກອອກມາແມ່ນແທດຈິງ. ບັນດາບັນຫາຊື່ງປະຊາຄົມວິສາຫະກິດສົນໃຈ ກໍ່ແມ່ນບັນດາບັນຫາຊື່ງບັນດາການນຳ APEC ພວມຄິດເຖິງ ແລະ ປືກສາຫາລືເພື່ອຊອກຫາບັນດາມາດຕະການ ແລະ ທິດກ້າວເດີນທີ່ເໝາະສົມ.”
      ທ່ານປະທານປະເທດເນັ້ນໜັກວ່າ, ເລື່ອງຮ່ວມສຳພັນເສດຖະກິດ, ເຊື່ອມຕໍ່, ເຫັນການຄ້າເປັນເສລີ ແລະ ການລົງທຶນ ໄດ້ ແລະ ພວມສືບຕໍ່ແມ່ນບຸລິມະສິດແຖວໜ້າຂອງການຮ່ວມມື APEC. ບັນດາພື້ນຖານເສດຖະກິດສະມາຊິກລ້ວນແຕ່ໃຫ້ຄຳໝັ້ນສັນຍາ ຈະຍູ້ແຮງການປະຕິບັດສຳເລັດເປົ້າໝາຍ Bogo, ໃນນັ້ນສຸມໃສ່ກວ່າເຂົ້າໃນບັນດາຂົງເຂດການບໍລິການ, ການລົງທຶນ ແລະ ບັນດາມາດຕະການຫຼຸດຜ່ອນຮົ້ວກີດຂວາງປອດພາສີ. APEC ກໍ່ຈະຍູ້ແຮງກວ່າການຜັນຈະຫຍາຍບັນດາແຜນການທີ່ໄດ້ຮັບຮອງເອົາ, ພົ້ນເດັ່ນແມ່ນແຜນການສັງລວມກ່ຽວກັບການເຊື່ອມຕໍ່ APEC, ຂອບເຂດຮ່ວມສຳພັນລະບົບສະໜອງ, ທິດທາງກ່ຽວກັບການຮ່ວມມືການບໍລິການໄລຍະ 2016 – 2025, ພ້ອມທັງສຸມໃສ່ແກ້ໄຂບັນດາບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນຄື: ການຄ້າເອເລັກໂຕນິກຂ້າມຊາຍແດນ, ວິວັດການກ່ຽວກັບເສດຖະກິດເຄືອຂ່າຍອີນເຕີແນັດ ແລະ ເສດຖະກິດດີຈີຕອນ… ທ່ານປະທານປະເທດ ຢືນຢັນວ່າ, ກອງປະຊຸມຂັ້ນສູງ APEC ໃນວັນທີ 11 ພະຈິກ ຈະປຶກສາຫາລືກ່ຽວກັບບັນດາກຳນົດທິດເພື່ອຍູ້ແຮງບັນດາຄວາມມານະພະຍາຍາມຂອງເປົ້າໝາຍ Bogo ກວ່າ, ເຊື່ອມຕໍ່ບັນດາລະບົບສະໜອງ, ປັບປຸງລະບົບການຄ້າຫຼາຍຝ່າຍ, ຊຸກຍູ້ບັນດາຂໍ້ຕົກລົງດ້ານການຄ້າພາກພື້ນ ແລະ ມຸ່ງໄປເຖິງການສ້າງເຂດການຄ້າເສລີອາຊີ - ປາຊີຟິກ (FTAAP). ທ່ານປະທານປະເທດ ເຊື່ອໝັ້ນວ່າ, ການຮ່ວມເດີນທາງຂອງປະຊາຄົມວິສາຫະກິດຈະສ້າງບັນດາກຳລັງໜູນໃໝ່ ເພື່ອຫັນຄາດໝາຍສຸງສຸດຂອງການຮ່ວມມື APEC ແມ່ນເພື່ອວິສາຫະກິດ ແລະ ປະຊາຊົນ ໃຫ້ປະກົດຜົນເປັນຈິງ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top