• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ

ຂະແໜງອຸດສາຫະກຳການຄ້າ 6 ແຂວງ ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫລວງນ້ຳທາ, ບໍ່ແກ້ວ ແລະ ຜົ້ງສາລີ, ພາກເໜືອ ລາວ ຫາກໍ່ເຊັນຂໍ້ຕົກລົງຮ່ວມມືກັບພະແນກອຸດສາຫະກຳການຄ້າແຂວງ ດ້ຽນບຽນ ໃນຂົງເຂດການລົງທຶນ ແລະ ການຄ້າຊາຍແດນໄລຍະປີ 2019 – 2020. 

ບັນດາແຂວງພາກເໜືອ ລາວ ຮ່ວມມືລົງທຶນ, ການຄ້າຊາຍແດນກັບແຂວງ ດ້ຽນບຽນ - ຫວຽດນາມ

ຕາມຂໍ້ຕົກລົງແລ້ວ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຮັກສາແຫຼ່ງສິນຄ້າແລກປ່ຽນການຄ້າຄືປັດຈຸບັນ, ມານະພະຍາຍາມຊຸກຍູ້ການເຕີບໂຕວົງເງິນການຄ້າທຸກໆປີຂຶ້ນ 10%, ສຸມໃສ່ເຂົ້າໃນບັນດາໝວດສິນຄ້າ: ວັດສະດຸກໍ່ສ້າງ, ກະສິກຳ - ເຄື່ອງປ່າຂອງດົງ, ເຄື່ອງສິລະປະຫັດຖະກຳ …ພ້ອມທັງສົ່ງເສີມບັນດາວິສາຫະກິດຢູ່ແຂວງ ດ້ຽນບຽນ ສືບຕໍ່ຊອກຫາກາລະໂອກາດລົງທຶນເຂົ້າໃນຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະເສດຢູ່ບັນດາແຂວງພາກເໜືອລາວ ເພື່ອສົ່ງອອກບັນດາຜະລິດຕະພັນໄປຍັງຕ່າງປະເທດ. ບັນດາຝ່າຍໄດ້ພິຈາລະນາຄວາມຄືບໜ້າການປະຕິບັດຂໍ້ຕົກລົງການຮ່ວມມືດ້ານການຄ້າຊາຍແດນ ແລະ ບັນດາສັນຍາເຊິ່ງ 2 ຝ່າຍໄດ້ລົງນາມລະຫວ່າງ 2 ລັດຖະບານ, ພ້ອມທັງ ປຶກສາຫາລືຊອກຫາມາດຕະການ ເພື່ອບັນລຸໄດ້ເປົ້າໝາຍວົງເງິນການຄ້າ 2 ສົ້ນ ຫວຽດນາມ - ລາວ ແມ່ນ 1 ຕື້ USD ໃນປີ 2019 ແລະ ການເຕີບໂຕ 10% ໃນແຕ່ລະປີ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top