• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງພົບປະກັບບັນດາວິສາຫະກິດໃຫຍ່ຂອງອາເມລິກາ

      ຕອນເຊົ້າວັນທີ 8 ພະຈິກ ຢູ່ ນະຄອນ ດາຫນັງ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ມີການພົບປະກັບ 60 ວິສາຫະກິດໃຫຍ່ຂອງອາເມລິກາ. ເຫດການນີ້ ໂດຍສະຫະພັນວິສາຫະກິດ ອາເມລິກາ - APEC ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຈັດຕັ້ງຂຶ້ນ. 

ທ່ານປະທານປະເທດເຈີນດ້າຍກວາງ ທີ່ການພົບປະ
      ທີ່ການພົບປະ, ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນ: ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໄດ້ກາຍເປັນພື້ນຖານ ແລະ ກຳລັງຫນູນສຳຄັນຂອງການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ; ອາເມລິກາ ກາຍເປັນຄູ່ຮ່ວມມືດ້ານການຄ້າແຖວຫນ້າ ແລະ ແມ່ນນັກລົງທຶນໃຫຍ່ອັນດັບ 7 ຢູ່ ຫວຽດນາມ. ທ່ານປະທານປະເທດ ເນັ້ນຫນັກວ່າ: ໃນຜົນງານຂອງການພົວພັນລະຫວ່າງສອງປະເທດ ມີການປະກອບສ່ວນສຳຄັນທີ່ສຸດຂອງປະຊາຄົມວິສາຫະກິດ ອາເມລິກາ ແລະ ຫວຽດນາມ, ທ່ານປະທານປະເທດ ຊົມເຊີຍບັນດາວິສາຫະກິດ ອາເມລິກາ ເຂົ້າມາລົງທຶນຢູ່ຫວຽດນາມ ໃນບັນດາຂົງເຂດຄື: ເຕັກໂນໂລຊີສູງ, ພະລັງງານ, ພື້ນຖານໂຄງລ່າງ… ທ່ານປະທານປະເທດ ສະເຫນີ ສະຫະພັນວິສາຫະກິດ ອາເມລິກາ - APEC ສືບຕໍ່ເປັນຂົວຕໍ່ໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ, ຫນູນຊ່ວຍຂົນຂວາຍລັດຖະບານ ອາເມລິກາ ຮັບຮອງຂໍ້ກຳນົດເສດຖະກິດການຕະຫລາດໃຫ້ແກ່ຫວຽດນາມໂດຍໄວ ແລະ ເພີ່ມທະວີເສດຖະກິດການຄ້າ ແລະ ການລົງທຶນກັບຫວຽດນາມໂດຍໄວ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top