• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນວິຫານເຈີນເທືອງແລະພິທີຕີກາວິຫານເຈີນ


ພິ​ທີ​ຮັບ​ຫນັງ​ສືຢັ້ງ​ຢືນ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ແຫ່ງ​ຊາດ 
ງານ​ບຸນ​ວິ​ຫານ​ເຈີນ​ເທືອງ
 
​       ຕອນ​ຄ່ຳ​ວັນ​ທີ 10/2 ກົງ​ກັບ​ວັນ​ທີ 14 ​ເດືອນຈຽງປີ​ລະ​ກາໄລ່​ຕາມ​ຈັນທະ​ປະຕິທິນ, ​ແຂວງ ຮ່າ​ນາມ ໄດ້​ຈັດ​ພິ​ທີ​ຮັບ​ຫນັງ​ສືຢັ້ງ​ຢືນ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ແຫ່ງ​ຊາດ ງານ​ບຸນ​ວິ​ຫານ​ເຈີນ​ເທືອງ ແລະ ພິ​ທີ​ແຈກ​ຢາຍ​​ທັນ​ຍາ​ຫານ ດຶກ​ແທງ​ເຈີນ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ດັ້ງ​ທິ​ງອກ​ທິ້ງ, ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ, ແຂວງ ຮ່າ​ນາມ ພ້ອມ​ກັບ​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ພິ​ທີ​ແຈກ​ຢາຍ​​ ທັນ​ຍາ​ຫານ ວິ​ຫານ​ເຈີນ​ເທືອງ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ງານ​ບຸນ​ໃຫຍ່​ຕົ້​ນ​ປີ​ຂອງ​ແຂວງ ຮ່າ​ນາມ ເພື່ອ​ອາ​ໄລ​ຫາ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫລວງ​ຂອງ ດ້າຍ​ເວືອງ​ເຈີນກວກ​ຕວນ.
   ​ແລະ​ກໍ​ໃນ ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ແ​ຂ​ວ ງ​ນາມ​ດິ້ງ ​ໄດ້​ຈັດ​ພິທີ​ເລີ່​ມຕີ​ກາ​ວິຫານ​ເຈີ່ນ ປີ 2017. ຕາງ​ຫນ້າ​ໃຫ້​ການ​ນຳ​ພັກ, ລັດ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ລູກ​ຫລານ​ຂອງ​ຕະ​ກຸນ ເຈີນ ໄດ້​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປູ່​ຍ່າ​ຕາ​ຍາຍ. ທ່ານ ເລກວກ​ຈີງ, ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ນາມດີ້ງ ໄດ້​​ຄຳ​ຢັ້ງ​ຢືນ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫລວງ​ຂອງ ລາດ​ຊະ​ວົງ​ເຈີນ ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ຮັກ​ສາ​ເອ​ກະ​ລາດ ແລະ ສ້າງ​ສາ​ປະ​ເທດ​ຊາດ​ຂອງ​ຊາດ ພ້ອມ​ທັງ​ເນັ້ນ​ຫນັກ​ຄວາມ​ໝາຍ​ດ້ານ​ວັດ​ທ​ະ​ນະ​ທຳ, ການ​ເຫລື້ອມ​ໃສ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​​ຮີດຄອງ​ປະ​ເພນີ ​ຕີ​ກ​າ​ຕົ້ນ​ປີ ເພື່ອ​ພາ​ວະ​ນາ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫງົບ​, ຄວາມ​ຢູ່​ເຢັນ​ເປັນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ, ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ, ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ທຸກ​ຄົນ​ກ້າວ​ເຂົ້າ​ສູ່​ປີ​ໃຫມ່​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ. ທ່ານ​ນາງ ຫງວຽນ​ທິ​ຊວນ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ນີງ​ບີງ ເຂົ້າ​ຮ່ວມ​ງານ​ບຸນ​ໃຫ້​ຮູ້​ວ່າ:
        “ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ພິ​ທີ​ໃນ​ມື້ນີ້​ເພື່ອ​ພາ​ວະ​ນາ​ໃຫ້​ຄອບ​ຄົບ​ເຂົ້າ​ສູ່​ປີ​ໃຫມ່​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ສະ​ຫງົບ​ສຸກ, ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ແລະ ລູກ​ຫລານ​ຮ່ຳ​ຮຽນ​ໄດ້​ດີ. ງານ​ບຸນນີ້ ແມ່ນ​ງານ​ບຸນ​ວັດ​ທະ​ນະ​ທຳ, ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ເພື່ອ​ໃຫ້​ລຸ້ນ​ຫນຸ່ມ​ເຂົ້າ​ໃຈ​ໄດ້​​ມູນ​ເຊື້ອ​ຮັກ​ຊາດ​ຂອງ​ບັນ​ດາ​ວິ​ລະ​ຊົນໃນ​ເມື່ອ​ກ່ອນ.”
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top