• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ ເຫັນດີ 3 ເນື້ອໃນທີ່ຈະຍືນສະເໜີຕໍ່ກອງປະຊຸມວິສາມັນຂອງສະພາແຫ່ງຊາດ

      ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ, ເຫັນດີຕໍ່ 3 ເນື້ອໃນພື້ນຖານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດຢູ່ທີ່ກອງປະຊຸມວິສາມັນ ເຊິ່ງຄາດວ່າຈະຈັດຂຶ້ນໃນຕົ້ນເດືອນມັງກອນ ປີ 2022.
ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການທົດລອງບາງກົນໄກ, ນະໂຍບາຍສະເພາະໃນການພັດທະນານະຄອນເກີ່ນເທີ (ພາບ: TTXVN)
      ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ຕອນບ່າຍວັນທີ 21 ທັນວາ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະຕິບັດສຳເລັດລາຍການດຳເນີນຂອງວາລະປະຊຸມເທື່ອທີ 6. ກ່າວຄຳເຫັນອັດວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຊີ້ແຈ້ງວ່າ ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ, ເຫັນດີຕໍ່ 3 ເນື້ອໃນພື້ນຖານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດຢູ່ທີ່ກອງປະຊຸມວິສາມັນ ເຊິ່ງຄາດວ່າຈະຈັດຂຶ້ນໃນຕົ້ນເດືອນມັງກອນ ປີ 2022.
            3 ເນື້ອໃນນັ້ນ ມີດັ່ງນີ້: ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍ 8 ສະບັບ; ຮ່າງມະຕິວ່າດ້ວຍການທົດລອງບາງກົນໄກ, ນະໂຍບາຍສະເພາະໃນການພັດທະນານະຄອນເກີ່ນເທີ ແລະ ແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ທາງທິດຕາເວັນອອກ ໄລຍະ 2021 – 2025.
        ກ່ອນທີ່ຈະອັດກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ໂຄງການປະຕິບັດງານປີ 2022; ໂຄງການເຄື່ອນໄຫວພົວພັນຕ່າງປະເທດປີ 2022 ຂອງຄະນະປະຈຳສະພາແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top