• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາໂຕະມົນກ່ຽວກັບບັນຫາທະເລຕາເວັນອອກຢູ່ອິນເດຍ

ກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: baotintuc.vn)
      ວັນ​ທີ 15/07, ຢູ່​ນະ​ຄອນ​ຫຼວງ New Delhi, ປະ​ເທດ​ອິນ​ເດຍ ໄດ້​ດຳ​ເນີນກອງ​ປະ​ຊຸມ​ໂຕະ​ມົນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ຊ່​ຽວ​ຊານ​ອິນ​ເດຍ ແລະ ຕ່າງ​ປະ​ເທດ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຍັງ​ມີ​ບັນ​ດາທູ​ຕາ​ນຸ​ທູດ​ປະ​ເທດ​ຕ່າງໆ​ຄື ຟິ​ລິບ​ປີນ, ໄທ, ຍີ່​ປຸ່ນ, ອາ​ເມ​ລິ​ກາ, ຫວຽດ​ນາມ…
        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຮຽນ​ຮູ້​ມີ​ບົດ​ປະ​ກອບ​ຄຳ​ເຫັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ​ການ​ຕີ​ລາ​ຄາ, ໄຈ້​ແຍກ​ຂອງ​ບັນ​ດາ​ນັກ​ປາຖະ​ກະ​ຖາ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ມະ​ນາ​ລ້ວນ​ແຕ່​ສຸມ​ໃສ່​ສ່ອງ​ແສງ​ບັນ​ດາ​ການ​ຜັນ​ແປ່​ລ້າ​ສຸດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພາຍ​ຫຼັງ​ຄຳ​​ຕັດ​ສິນ​ຂອງ​ສານອະ​ນຸ​ຍາ​ໂຕ​ຕ​ຸ​ລາ​ການ (PCA) ຢູ່​ລາ​ໄຮ, ປະ​ເທດ​ໂຮ​ນ​ລັງ ແລະ ຖື​ວ່າ, ນີ້​ແມ່ນ​ຄຳ​ຕັດ​ສິນ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ເມື່ອ​ປະ​ຕິ​ເສດ​​ຄຳ​ຖະ​ແຫຼງກ່ຽວ​ກັບ​ອ​ະ​ທິ​ປະ​ໄຕ​ຂອງ​ຈີນ​ ຢູ່​ທະ​ເລ​ຕາ​ເວັນ​ອອກ. ມີ​ນັກ​ຮ​ຽນ​ຮູ້​ບາງ​ທ່ານ​ຖື​ວ່າ, ​ບັນ​ດາ​ຝ່າຍ​ທີ່​ກ່​ຽວ​ຂ້ອງຕ້ອງ​ປະ​ຕິ​ບັດ ແລະ ເຄົາ​ລົບຄຳ​ຕັດ​ສິນ​ຂອງ PCA ຍ້ອນ​ຄຳ​ຕັດ​ສິນນີ້​ສະ​ໜັບ​ສະ​ໜູນ​ຂອບ​ເຂດ​ກົດ​ໝາຍ​ຄຸ້​ມ​ຄອງ​ທະ​ເລ​ຫຼວງ ແລະ ແກ້​ໄຂ​ການ​​ຂັດ​ແຍ​້ງ​ກັນ​ໃນ​ອະ​ນາ​ຄົດ ບົນ​ພື້ນ​ຖານ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).
        ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ໂຕນ​​ຊິງ​ແທ່ງ ຢືນ​ຢັນ​ວ່າ, ຫວຽດ​ນາມ ຊົມ​ເຊີຍ PCA ໄດ້​ຍົກ​ອອກ​ຄຳ​ຕັດ​ສິນ​ກ່ຽວ​ກັບການ​ຮ້ອງ​ຟ້ອງ​ດັ່ງ​ກ່າວ. ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ເລື່ອງ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ, ລວມ​ທັງ​ດ້ານ​ການ​ທູດ ແລະ ກົດ​ໝາຍ, ບໍ່​ນຳ​ໃຊ້​ອາ​ວຸດ ຫຼື ​ນາບ​ຂູ່ນ້ຳ​ໃຊ້​ອາ​ວຸດ​ຕາມ​ຂໍ​້​ກຳ​ນົດ​ຂອງ​ກົດ​ໝາຍ​ສ​າ​ກົນ, ໃນ​ນັ້ນ​ມີ UNCLOS.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top