• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ປະເອີບໃຈກ່ຽວກັບທ່າຟື້ນຟູເສດຖະກິດ ໂດຍບໍ່ຫົວຊາຕໍ່ສາຍພັນ Omicron

      ທ່ານນາງ Janet Yellen ໃຫ້ຮູ້ວາ ບ້ວງເງິນໜູນຊ່ວຍ 350 ຕື້ USD ຈະ ໄດ້ແຈກຢາຍໃຫ້ແກ່ອຳນາດການປົກຄອງບັນດາທ້ອງຖິ່ນ, ຊ່ວຍວົງຄະນະຍາດຫຼີກລ້ຽງບັນດາຜົນກະທົບຢ່າງຮ້າຍແຮງທີ່ສຸດທາງດ້ານເສດຖະກິດ ຍ້ອນເຊື້ອໄວຣັດສາຍພັນ Delta ແລະ Omicron ກໍ່ຂຶ້ນ.
ພາບປະກອບ: AFP/TTXVN
      ສາຍພັນ Omicron ຂອງເຊື້ອໄວຣັດ SARS – CoV – 2 ຈະກໍ່ຜົນກະທົບຕໍ່ການເຕີບໂຕດ້ານເສດຖະກິດຂອງ ອາເມລິກາ ໃນຊຸມເດືອນຈະມາເຖິງ, ແຕ່ບໍ່ສາມາດກີດຂວາງທ່າຟື້ນຟູດ້ານເສດຖະກິດ ຂອງບາງພື້ນຖານເສດຖະກິດໃນໂລກໄດ້. ນີ້ແມ່ນຄຳຢັ້ງຢືນຂອງ ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ ທີ່ການພົບປະກັບບັນດາເຈົ້າຄອງນະຄອນ ໃນທົ່ວປະເທດ ທີ່ໄດ້ດຳເນີນຢູ່ ວໍຊິງຕັນ ໃນວັນທີ 19 ມັງກອນ. ທ່ານນາງ ລັດຖະມົນຕີ Yellen ເນັ້ນໜັກວ່າ ບ້ວງເງິນໜູນຊ່ວຍດ້ານເສດຖະກິດ “ແຜນການກອບກູ້ປະເທດ ອາເມລິກາ” ເຊິ່ງ ທ່ານປະທານາທິບໍດີ Joe Biden ຊຸກຍູ້ ແລະ ສະພາແຫ່ງຊາດໄດ້ຮັບຮອງເອົາເມື່ອ ເດືອນມີນາ ປີ 2021 ຈະ ປຽບເໝືອນ “ວັກຊິນໃຫ້ແກ່ພື້ນຖານເສດຖະກິດ ອາເມລິກາ, ປົກປ້ອງທ່າຟື້ນຟູເສດຖະກິດ ຕໍ່ໜ້າຄວາມສ່ຽງທີ່ອາດຈະເກີດຂຶ້ນຕໍ່ໜ້າເຊື້ອໄວຣັດສາຍພັນໃໝ່”. ທ່ານນາງ Janet Yellen ໃຫ້ຮູ້ວາ ບ້ວງເງິນໜູນຊ່ວຍ 350 ຕື້ USD ຈະ ໄດ້ແຈກຢາຍໃຫ້ແກ່ອຳນາດການປົກຄອງບັນດາທ້ອງຖິ່ນ, ຊ່ວຍວົງຄະນະຍາດຫຼີກລ້ຽງບັນດາຜົນກະທົບຢ່າງຮ້າຍແຮງທີ່ສຸດທາງດ້ານເສດຖະກິດ ຍ້ອນເຊື້ອໄວຣັດສາຍພັນ Delta ແລະ Omicron ກໍ່ຂຶ້ນ.
            ຕາມການຄາດຄະເນຂອງ ບັນດານັກຊ່ຽວຊານດ້ານເສດຖະກິດ ແລ້ວ, ອັດຕາເຕີບໂຕຂອງ ອາເມລິກາ ຈະຊ້າລົງໃນໄຕມາດທີ 1 ຂອງປີ 2022 ຍ້ອນຜົນສະທ້ອນ ຂອງໂລກລະບາດໂຄວິດ - 19. ສາຍພັນ Omicron ພວມເຮັດໃຫ້ຈຳນວນຜູ້ຕິດເຊື້ອ ໂຄວິດ - 19 ເພີ່ມຂຶ້ນ ແລະ ຕ້ອງປະຕິບັດການແຍກຕົວ,ເຮັດໃຫ້ຫຼາຍຄົນບໍ່ສາມາດໄປເຮັດວຽກໄດ້.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top