• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງຂໍ້ລິ​ເລີ່ມເຊື່ອມ​ໂຍງ ອາ​ຊຽນ ຄົບ​ຮອບ 25 ປີ: ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ຜູກ​ພັນ ແລະ ກວມ​ລວມ

ການສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ ຄົບຮອບ 25 ປີ ແມ່ນໂອກາດເພື່ອຢັ້ງຢືນຄືນຄວາມຕັດສິນໃຈເພີ່ມທະວີການຮ່ວມມື, ຮັດແຄບຊ່ອງຫວ່າງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ຜູກພັນ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ທຸກປະເທດສະມາຊິກ.
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງພາບຖ່າຍ (ພາບ: VOV)

ການໂອ້ລົມສົນທະນາ ແລະ ງານວາງສະແດງ ເນື່ອງໃນໂອກາດສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI) ຄົບຮອບ 25 ປີ ໄດ້ດຳເນີນໃນວັນທີ 11 ສິງຫາ, ຢູ່ສຳນັກງານກອງເລຂາ ອາຊຽນ, ອິນໂດເນເຊຍ, ພາຍໃຕ້ການເປັນປະທານຂອງທ່ານນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ຫົວໜ້າກຸ່ມຮັບຜິດຊອບວຽກງານຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI).

ງານວາງສະແດງພາບຖ່າຍ “25 ປີແຫ່ງວັນເຊື່ອມໂຍງ” ໄດ້ຫວນຄືນບັນດາຂີດໝາຍສຳຄັນ ນັບແຕ່ເມື່ອ IAI ເລີ່ມເຄື່ອນໄຫວທີ່ກອງປະຊຸມສຸດຍອດ ອາຊຽນ ບໍ່ເປັນທາງການຄັ້ງທີ 4 ເມື່ອປີ 2000, ດ້ວຍ 862 ໂຄງການ, ລວມມູນຄ່າກວ່າ 170 ລ້ານ USD. ທ່ານນາງເອກອັກຄະລັດຖະທູດ ຢັ້ງຢືນວ່າ ການສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ ຄົບຮອບ 25 ປີ ແມ່ນໂອກາດເພື່ອຢັ້ງຢືນຄືນຄວາມຕັດສິນໃຈເພີ່ມທະວີການຮ່ວມມື, ຮັດແຄບຊ່ອງຫວ່າງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ຜູກພັນ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ທຸກປະເທດສະມາຊິກ.

ໃນການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລືວິທີເຂົ້າເຖິງຂອງ ອາຊຽນ ສຳລັບ IAI ຫຼັງປີ 2025; ເນັ້ນໜັກເຖິງຄວາມສຳຄັນຂອງການຜູກພັນ IAI ກັບວິໄສທັດປະຊາຄົມ ອາຊຽນ ຮອດປີ 2045.

(ແຫຼ່ງຄັດຈາກ VOV)

ວາລະສານ ຂ່າວພາບ ຫວຽດນາມ ເຂົ້າເຖິງປະຊາຊົນ ລາວ ແລະ ໝູ່ເພື່ອນສາກົນ

ວາລະສານ ຂ່າວພາບ ຫວຽດນາມ ເຂົ້າເຖິງປະຊາຊົນ ລາວ ແລະ ໝູ່ເພື່ອນສາກົນ

ຕາມນັກຂ່າວ ສຳນັກຂ່າວສານ ຫວຽດນາມ (VNA) ປະຈໍາ ສປປ ລາວ, ຕອນບ່າຍວັນທີ 12 ສິງຫາ, ຢູ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ຄະນະໂຄສະນາອົບຮົມ ສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສື່ມວນຊົນ, ການພິມ ແລະ ຈຳໜ່າຍຂອງ ລາວ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິ່ງຫາ 2025) ຢ່າງສົມກຽດ.

Top