ຂ່າວສານ
ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສິ້ນສຸດການຢ້ຽມຢາມ ມາເລເຊຍ, ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 46 ຢ່າງຈົບງາມ
ຕອນເຊົ້າວັນທີ 20 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ທ່ານນາງ ຫງວຽນທິແທັງງາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ກົວລາ ລຳເປີ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA 46) ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ.
ເຂົ້າຮ່ວມ AIPA – 46, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນສານຢ່າງແຮງວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມຄາດຫວັງຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ເພີ່ມທະວີການເຈລະຈາ ແລະ ການຮ່ວມມືໃນທຸກລະດັບເພື່ອສ້າງປະຊາຄົມ ອາຊຽນ ພັດທະນາແບບກວມລວມ, ຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຖືປະຊາຊົນເປັນໃຈກາງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ດ້ວຍຄວາມສາມັກຄີ ແລະ ຄວາມຕັດສິນໃຈຂອງບັນດາລັດຖະສະພາສະມາຊິກ, AIPA 46 ຈະບັນລຸໄດ້ບັນດາໝາກຜົນສຳຄັນ, ນຳ ອາຊຽນ ຫຍັບເຂົ້າໃກ້ກັບອະນາຄົດເຕີບໂຕແບບກວມລວມ, ຍືນຍົງ ແລະ ວັດທະນາຖາວອນກວ່າ.