ໃນບົດບາດແມ່ນປະເທດເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາ, ຫວຽດນາມ ປາດຖະໜາຢາກໃຫ້ເຫດການກາຍເປັນຂີດໝາຍໃໝ່ໃນການປັບປຸງລັດທິຫຼາຍຝ່າຍ ເວົ້າລວມ ແລະ ການຮ່ວມມືທົ່ວໂລກ ໃນການຕ້ານບັນດາໄພນາບຂູ່ດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເວົ້າສະເພາະ.
ບັນດາຜູ້ແທນເຂົ້າຮ່ວມເຫດການ (ພາບ: chinhphu.vn)
ໃນຂອບເຂດສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80, ວັນທີ 22 ກັນຍາ, ຢູ່ສຳນັກງານ ສປຊ ທີ່ນິວຢອກ (ອາເມລິກາ), ກະຊວງການຕ່າງປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບຫ້ອງການ ສປຊ ກ່ຽວກັບການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC), ຮ່ວມກັນຈັດເຫດການ “ເສັ້ນທາງໄປຍັງ ຮ່າໂນ້ຍ: ພິທີລົງນາມສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳອິນເຕີເນັດ - ເຊີດຊູລັດທິຫຼາຍຝ່າຍ ເພື່ອອະນາຄົດດີຈີຕອນທີ່ປອດໄພ”.
ກ່າວຄຳເຫັນໄຂເຫດການ, ທ່ານ ເລຮວ່າຍຈຸງ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໃນບົດບາດແມ່ນປະເທດເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາ, ຫວຽດນາມ ປາດຖະໜາຢາກໃຫ້ເຫດການກາຍເປັນຂີດໝາຍໃໝ່ໃນການປັບປຸງລັດທິຫຼາຍຝ່າຍ ເວົ້າລວມ ແລະ ການຮ່ວມມືທົ່ວໂລກ ໃນການຕ້ານບັນດາໄພນາບຂູ່ດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເວົ້າສະເພາະ. ນີ້ແມ່ນຄວາມມານະພະຍາຍາມຂອງ ຫວຽດນາມ ໃນວິວັດການກະກຽມຈັດພິທີເປີດການລົງນາມ ແລະ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍບັນດາປະເທດມຸ່ງໄປເຖິງການໃຫ້ສັດຕະຍາບັນ ແລະ ປະຕິບັດສົນທິສັນຍາຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)