ແຕ່ດົນນານມາແລ້ວ, ການສົ່ງອອກແມ່ນກຳລັງໜູນເຕີບໂຕສຳຄັນຂອງເສດຖະກິດ ຫວຽດນາມ, ປະກອບສ່ວນຮັກສາລະດັບພັດທະນາສູງ, ຮັກສາດຸນການຄ້າໃຫ້ມີຄວາມ ໝັ້ນທ່ຽງແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານນັບລ້ານຄົນ. ປີ 2025 ນີ້, ລັດຖະບານ ຫວຽດນາມ ໄດ້ວາງອອກຄາດໝາຍສົ່ງອອກໃຫ້ບັນລຸລະດັບເຕີບໂຕ 12%, ເທົ່າກັບວົງເງິນປະມານ 450 – 451 ຕື້ USD, ພ້ອມກັບການສົ່ງອອກເກີນດຸນ 30 ຕື້ USD. ໃນ8 ເດືອນຕົ້ນປີ, ການສົ່ງອອກໄດ້ເພີ່ມຂຶ້ນກວ່າ 13%, ລື່ນກາຍຄາດໝາຍທີ່ໄດ້ວາງອອກ, ເປີດແງ່ຫວັງທີ່ມີຄວາມສາມາດເປັນໄປໄດ້. ເຖິງຢ່າງໃດກໍຕາມ, ເພື່ອຮັກສາທ່າອ່ຽງເຕີບໂຕໃນສະພາບການເສດຖະກິດທົ່ວໂລກຍັງມີການຜັນແປຫຼາຍຢ່າງນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການຍຸດທະສາດຢ່າງຄົບຊຸດ.
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເປັນປະທານກອງປະຊຸມສົ່ງເສີມການຄ້າ (ພາບ: VOV)
ການເປີດກວ້າງ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ແມ່ນໜຶ່ງໃນບັນດາມາດຕະການເຊິ່ງ ຫວຽດນາມ ພວມຕັ້ງໝັ້ນປະຕິບັດ. ໂດຍອີງໃສ່ບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່ ເຊັ່ນ: CPTPP, EVFTA, RCEP, ຫວຽດນາມ ພວມຍູ້ແຮງການສົ່ງເສີມດ້ານການຄ້າຢູ່ບັນດາພາກພື້ນທີ່ມີຄວາມສາມາດບົ່ມຊ້ອນຄື ຕາເວັນອອກກາງ, ອາຟະລິກາ, ອາຊີໃຕ້ ເພື່ອແນໃສ່ຫຼຸດຜ່ອນການຂຶ້ນກັບຕະຫຼາດທີ່ມີຢູ່ແລ້ວຈຳນວນໜຶ່ງ, ເປີດກວ້າງຊ່ອງຈຳໜ່າຍ. ກ່ຽວກັບສິ່ງດັ່ງກ່າວ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເນັ້ນໜັກໃນກອງປະຊຸມກັບບັນດາສະຫະສະມາຄົມ, ຂະແໜງສິນຄ້າຫວ່າງມໍ່ໆມານີ້ວ່າ:
“ບັນດາສະຫະສະມາຄົມ, ຂະແໜງສິນຄ້າຕ້ອງສ້າງແຜນການສົ່ງເສີມດ້ານການຄ້າໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ກຳລັງຄວາມສາມາດຂອງວິສາຫະກິດ, ບູລິມະສິດບັນດາຕະຫຼາດທີ່ມີສັນຍາການຄ້າເສລີ ເຊິ່ງພວມຂຸດຄົ້ນຢ່າງມີປະສິດທິຜົນ, ກ້າເປີດກວ້າງຕະຫຼາດໄປຍັງບັນດາພາກພື້ນທີ່ມີຄວາມສາມາດບົ່ມຊ້ອນຄື: ເອີຣົບຕາເວັນອອກ, ອາຟະລິກາ, ອາຊີໃຕ້ ເພື່ອຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ແລະ ຫຼີກລ້ຽງການຂຶ້ນກັບບັນດາຕະຫຼາດດທີ່ມີຢູ່ແລ້ວ. ທີສອງແມ່ນ, ສືບຕໍ່ຕິດຕາມ, ວິເຄາະ ແລະ ແບ່ງປັນຂໍ້ມູນກ່ຽວກັບຕະຫຼາດ, ນະໂຍບາຍການຄ້າ, ພາສີອາກອນ, ມາດຕະຖານດ້ານເຕັກນິກຢູ່ບັນດາຕະຫຼາດສົ່ງອອກຈຸດສຸມປະຈຳໄລຍະ, ພິເສດແມ່ນບັນດາຕະຫຼາດທີ່ມີ FTA ຂອງ ຫວຽດນາມ ເພື່ອແນໃສ່ສະໜອງສົ້ນເຂົ້າໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດຢ່າງທັນການ”.
ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍເອົາໃຈໃສ່ເຖິງການພັດທະນາບັນດາຂະແໜງສິນຄ້າຫຼັກ. ບັນດາຂະແໜງສິນຄ້າປາຍແຫຼມ ຄື: ເອເລັກໂຕນິກ, ຜະລິດຕະພັນກະເສດ, ຕ່ຳແຜ່ນຕັດຫຍິບ, ສິນໃນນ້ຳ, ເກີບໜັງ ສືບຕໍ່ສວມບົດບາດນຳໜ້າກ່ຽວກັບລະດັບເຕີບໂຕໃນການສົ່ງອອກ.
ວິສາຫະກຳແມ່ນຜູ້ປະຕິບັດຍຸດທະສາດການສົ່ງອອກ. ດັ່ງນັ້ນ, ເພື່ອເປີດກວ້າງຕະຫຼາດສົ່ງອອກນັ້ນ ມາດຕະການຫຼັກແມ່ນຍູ້ແຮງການໝູນໃຊ້ເຕັກໂນໂລຢີດີຈີຕອນ, ການຄ້າເອເລັກໂຕນິກຂ້າມຊາຍແດນ. ທ່ານ ຮວ່າງກວາງຟ່ອງ ຮອງປະທານ VCCI ຢັ້ງຢືນວ່າ:
“ໃນສະພາບການທີ່ຫຼາຍຕະຫຼາດພວມນຳໃຊ້ຮົ້ວປອດພາສີອາກອນ, ຄວາມຮຽກຮ້ອງຕ້ອງການກ່ຽວກັບສະພາບແວດລ້ອມ, ສັງຄົມ, ການຄຸ້ມຄອງບໍລິຫານນັບມື້ນັບເຄັ່ງຄັດນັ້ນ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ບັນດາວິສາຫະກິດຕ້ອງລົງທຶນແຫຼ່ງກຳລັງໃຫ້ແກ່ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ເພີ່ມອັດຕາສ່ວນນຳໃຊ້ວັດຖຸດິບພາຍໃນປະເທດ ຫຼຸດຜ່ອນການນຳເຂົ້າວັດຖຸດິບເພື່ອແນໃສ່ຕອບສະໜອງຫຼັກເກນຕົ້ນກຳເນີດ,ຮັບປະກັນຄວາມໂປ່ງໃສກ່ຽວກັບຕົ້ນກຳເນີດ... ໃນສະພາບການເສດຖະກິດທົ່ວໂລກມີການຜັນແປຫຼາຍຢ່າງ, ບັນດາວິສາຫະກິດ ຫວຽດນາມ ຕ້ອງມີຍຸດທະສາດເຂົ້າເຖິງຕະຫຼາດໃໝ່ຢ່າງມີປະສິດທິຜົນກວ່າ ແລະ ຍືນຍົງກວ່າ”.
ພ້ອມກັບຄວາມມານະພະຍາຍາມຂອງວິສາຫະກິດນັ້ນ, ນະໂຍບາຍຂອງລັດ ກໍສວມບົດບາດນຳໜ້າພາທາງ. ບໍ່ພຽງແຕ່ສືບຕໍ່ເຈລະຈາ, ແກ້ໄຂຮົ້ວກີດຂວາງດ້ານການຄ້າ, ແກ້ໄຂບັນດາເຫດຮ້ອງຟ້ອງປ້ອງກັນການຄ້າ ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳໃຫ້ແກ່ວິສາຫະກິດເທົ່ານັ້ນ, ລັດຖະບານກໍຊຸກຍູ້ບັນດາໂຄງການສົ່ງເສີມການຄ້າດີຈີຕອນ, ສ້າງພື້ນຖານ e-commerce ສາກົນ ທີ່ມີເຄື່ອງໝາຍການຄ້າຂອງຊາດ. ທ່ານ ໂດ້ງອກຮຶງ, ທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳ ອາເມລິກາ, ໃຫ້ຮູ້ວ່າ:
“ສືບຕໍ່ຊຸກຍູ້ບັນດາໂຄງການສົ່ງເສີມການຄ້າ, ງານຕະຫຼາດນັດ, ງານວາງສະແດງເພື່ອແນະນຳບັນດາຜະລິດຕະພັນ, ຊອກຫາບັນດາໂອກາດຜະລິດສົ່ງອອກດ້ວຍປະເພດສິນຄ້າທີ່ມີຄວາມສາມາດບົ່ມຊ້ອນ. ເພີ່ມທະວີວຽກງານຄາດຄະເນກ່າວເຕືອນບັນດາເຫດຮ້ອງຟ້ອງປ້ອງກັນການຄ້າໂດຍໄວ, ຫຼີກລ້ຽງບໍ່ໃຫ້ຕົກຢູ່ໃນທ່າຮັບສົ່ງຜົນສະທ້ອນເຖິງໝາກຜົນຂອງການອຸທອນ, ໃນໄລຍະຈະມາເຖິງ”.
ດ້ວຍບັນດາໝາກຜົນອັນຕັ້ງໜ້າໃນ 8 ເດືອນຕົ້ນປີ 2025 ແລະ ບັນດາມາດຕະການລະອຽດທີ່ໄດ້ຍົກອອກມາ, ຫວຽດນາມ ມີພື້ນຖານອັນໝັ້ນແກ່ນເພື່ອໃຫ້ການສົ່ງອອກບັນລຸເປົ້າໝາຍເຕີບໂຕ ແມ່ນ 12% ໃນປີ 2025. ເລື່ອງບັນລຸໄດ້ເປົ້າໝາຍນີ້ ຈະປັບປຸງຖານະບົດບາດຂອງ ຫວຽດນາມ ໃນກຸ່ມ 20 ພື້ນຖານເສດຖະກິດການຄ້າແຖວໜ້າໂລກ./.