• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ​ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ສ້າງ​ຕັ້ງ ສ​ປ​ຊ

ທ່ານ António Guterres ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ທຸກປະເທດ ພ້ອມກັນປະຕິບັດຕາມກົດໝາຍສາກົນ, ຍົກສູງກົດບັດ ສປຊ, ຮ່ວມມືກັນມຸ່ງໄປສູ່ສັນຕິພາບ, ຄວາມເປັນທຳ ແລະ ຄວາມກ້າວໜ້າໃຫ້ໝົດທຸກຄົນ.
ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ (ພາບ: VOV)

ວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານ ສປຊ, ທີ່ ນິວຢອກ, ອາເມລິກາ ໄດ້ດຳເນີນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ສປຊ. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີປະມຸກລັດ 103 ທ່ານ, ນາຍົກລັດຖະມົນຕີ 46 ທ່ານ, ພ້ອມກັບຜູ້ຕາງໜ້າການນຳຂັ້ນສູງບັນດາປະເທດ ສະມາຊິກ ສປຊ, ການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ນຳໜ້າ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ Annalena Baerbock ປະທານສະມັດຊາໃຫຍ່ ສປຊ ຊຸດທີ 80 ເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຕໍ່ ກົດບັດ ສປຊ - ເອກະສານພື້ນຖານສະແດງຄວາມມຸ່ງຫວັງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ແງ່ຫວັງຂອງມວນມະນຸດໃນທົ່ວໂລກ ກ່ຽວກັບສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ.

ໃນບົດກ່າວປາໄສຂອງຕົນ, ທ່ານ António Guterres ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ທຸກປະເທດ ພ້ອມກັນປະຕິບັດຕາມກົດໝາຍສາກົນ, ຍົກສູງກົດບັດ ສປຊ, ຮ່ວມມືກັນມຸ່ງໄປສູ່ສັນຕິພາບ, ຄວາມເປັນທຳ ແລະ ຄວາມກ້າວໜ້າໃຫ້ໝົດທຸກຄົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກອົງການພັກສູນກາງຄັ້ງທີ 1

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກອົງການພັກສູນກາງຄັ້ງທີ 1

ການສັບຊ້ອນກົງຈັກຂອງລະບົບການເມືອງຊີ້ໃຫ້ເຫັນວ່າ ນີ້ແມ່ນແຜນນະໂຍບາຍສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງທ່ີສຸດ.

Top