• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພໍ່​ແມ່​​ພີ່​ນ້ອງ​ຊາວເຜົ່າ​ຂະ​ແມ ສະຫຼອງວັນ​ບຸນ Sene Dolta ແຫ່ງ​ຄວາມ​ສາ​ມັກ​ຄີ, ປ່ຽນ​ແປງ​ໃໝ່​, ເຊື່ອມ​ໂຍງ ແລະ ພັດ​ທະ​ນາ

ອຳນາດການປົກຄອງນະຄອນ ໄດ້ສຸມໃສ່ລະດົມ ແລະ ເສີມຂະຫຍາຍບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອເບິ່ງແຍງດູແລຊີວິດການເປັນຢູ່, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ອຸ່ນອຽນໃຈອອກແຮງງານ, ທຳການຜະລິດ.
ລາຍການສະແດງສິລະປະ (ພາບ: TTXVN)
ຕອນບ່າຍວັນທີ 22 ກັນຍາ, ຢູ່ສະຖາບັນພຸດທະສາສະໜາ ນິກາຍນິລະຍານ ຂະແມ, ນະຄອນ ເກິ່ນເທີ ໄດ້ຈັດການສະຫຼອງ ວັນບຸນ Sene Dolta ປີ 2025 ໃຫ້ແກ່ ພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ໃນບໍລິເວນ. ດ້ວຍຫົວຂໍ້ “ສະຫຼອງວັນບຸນ Sene Dolta - ສາມັກຄີ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ”, ລາຍການແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງ ນະຄອນ ເກິ່ນເທີ ທີ່ມີຕໍ່ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ໂຮ່ທິເກິມດາວ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ເກິ່ນເທີ ເນັ້ນໜັກວ່າ ອຳນາດການປົກຄອງນະຄອນ ໄດ້ສຸມໃສ່ລະດົມ ແລະ ເສີມຂະຫຍາຍບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອເບິ່ງແຍງດູແລຊີວິດການເປັນຢູ່, ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ອຸ່ນອຽນໃຈອອກແຮງງານ, ທຳການຜະລິດ. ທ່ານນາງສະເໜີທຸກຂັ້ນ, ທຸກຂະແໜງການຜັນຂະຍາຍການປະຕິບັດບັນດານະໂຍບາຍ, ລາຍການ, ໂຄງການພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ ເພື່ອປັບປຸງໂຄງປະກອບພື້ນຖານໂຄງລ່າງເຂດຊົນເຜົ່າສ່ວນໜ້ອຍໃຫ້ສົມບູນແບບເທື່ອລະກ້າວ, ທ່ານນາງປາດຖະໜາຢາກໃຫ້ພໍ່ແມ່ພີ່ນ້ອງ ຂະແມ ສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງເພື່ອຜັນຂະຫຍາຍໜ້າທີ່ພັດທະນາເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການ, ບັນດາໂຄງການເປົ້າໝາຍແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກອົງການພັກສູນກາງຄັ້ງທີ 1

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກອົງການພັກສູນກາງຄັ້ງທີ 1

ການສັບຊ້ອນກົງຈັກຂອງລະບົບການເມືອງຊີ້ໃຫ້ເຫັນວ່າ ນີ້ແມ່ນແຜນນະໂຍບາຍສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງທ່ີສຸດ.

Top