ທ່ານ ບູຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງບົດບາດຂອງ GDI ໃນການລະດົມແຫຼ່ງກຳລັງ, ເພີ່ມທະວີການຮ່ວມມືກັບສາກົນແນໃສ່ປະຕິບັດສຳເລັດເປົ້າໝາຍພັດທະນາແບບຍືນຍົງ.
ທ່ານ ບູຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: TTXVN)
ໃນຂອບເຂດບັນດາການເຄື່ອນໄຫວທີ່ວາລະປຶກສາຫາລືຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ຊຸດ 80, ໃນວັນທີ 23 ກັນຍາ, ທ່ານ ບູຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີຄໍາເຫັນຢູ່ວາລະປະຊຸມຂັ້ນສູງກ່ຽວກັບ ຂໍ້ລິເລີ່ມການພັດທະນາທົ່ວໂລກ (GDI) ກັບຫົວຂໍ້ “ຢັ້ງຢືນຄືນບັນດາຄຳໝັ້ນສັນຍາ, ສາມັກຄີກັນສ້າງອະນາຄົດທີ່ແຈ້ງໃຫ້ແກ່ການພັດທະນາທົ່ວໂລກ” ໂດຍ ສປ ຈີນ ເປັນເຈົາພາບຈັດຂຶ້ນ.
ກ່າວຄຳເຫັນໃນວາລະປະຊຸມ, ທ່ານ ບູຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງບົດບາດຂອງ GDI ໃນການລະດົມແຫຼ່ງກຳລັງ, ເພີ່ມທະວີການຮ່ວມມືກັບສາກົນແນໃສ່ປະຕິບັດສຳເລັດເປົ້າໝາຍພັດທະນາແບບຍືນຍົງ. ເພື່ອບັນລຸໄດ້ບັນດາເປົ້າໝາຍນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກ 3 ຂໍ້ສະເໜີ: ທີໜຶ່ງ, ຍົກສູງລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງຂອງ ສປຊ ໃນການຮັບມືກັບບັນດາສິ່ງທ້າທາຍທົວໂລກ; ທີສອງ, ຮັບປະກັນຂະບວນການຫັນເປັນສີຂຽວ ແລະ ການຫັນເປັນດີຈີຕອນຮັບໃຊ້ບັນດາປະເທດ ແລະ ປະຊາຊົນທຸກຄົນ; ທີສາມ, ໃຫ້ບູລິມະສິດການຊຸກຍູ້ ການເຊື່ອມຕໍ່ດີຈີຕອນສັງລວມໃນບັນດາເຂດແຜນດິນຕໍ່ແຜ່ນ, ການບິນ, ການເດີນທະເລ.
(ແຫຼ່ງຄັດຈາກ VOV)