ການສັບຊ້ອນກົງຈັກຂອງລະບົບການເມືອງຊີ້ໃຫ້ເຫັນວ່າ ນີ້ແມ່ນແຜນນະໂຍບາຍສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງທ່ີສຸດ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່)
ຕອນເຊົ້າວັນທີ 24 ກັນຍາ, ຢູ່ ຮ່າໂນ້ຍ ໄດ້ຈັດວາລະທາງການກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກບັນດາອົງການພັກສູນກາງຄັ້ງທີ 1, ອາຍຸການ 2025 – 2030. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງ 4 ກຳນົດທິດໃຫຍ່ເພື່ອໃຫ້ອົງຄະນະພັກສຸມໃສ່ຊີ້ນຳ, ນຳພາ ເພື່ອຍົກສູງຄຸນນະພາບວຽກງານເສນາທິການຍຸດທະສາດ, ຕອບສະໜອງຄວາມຮຽກຮ້ອງທີ່ນັບມື້ນັບສູງຂອງວຽກງານຊີ້ນຳ, ນຳພາຂອງສູນກາງພັກ ໃນສະພາບການໃໝ່.
“ຕ້ອງເອົາໃຈໃສ່ເປັນພິເສດເຖິງການຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີ, ເປັນເອກະພາບພາຍໃນອົງຄະນະພັກ, ກວ້າງກວ່າແມ່ນຄວາມສາມັກຄີພາຍໃນພັກ, ເປັນເອກະພາບໃນທັງລະບົບການເມືອງ ແລະ ທົ່ວສັງຄົມ. ຖືການຮັກສາລະບຽບວິໄນເປັນສຳຄັນ, ເພີ່ມທະວີລັກສະນະຂາບຂູ່ ແລະ ປ້ອງກັນ, ສະກັດກັ້ນການກະທຳຜິດ. ບັນດາອົງການຂອງພັກຕ້ອງເປັນແບບຢ່າງນຳໜ້າໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້, ຜົນປະໂຫຍດກຸ່ມ; ຕ້ອງຮັກສາກົງຈັກພັກໃຫ້ປອດໄສ, ກະທັດລັດ, ມີປະສິດທິພາບ, ປະສິດທິຜົນຢ່າງແທ້ຈິງ”.
ບົດລາຍງານການເມືອງທີ່ສະເໜີຢູ່ກອງປະຊຸມໃຫຍ່ຊີ້ໃຫ້ເຫັນວ່າ, ນັບແຕ່ໄຕມາດທີ 4 ປີ 2024, ກົມການເມືອງ, ຄະນະເລຂາທິການ, ໃນໄລຍະສັ້ນໆໄດ້ຊີ້ນຳ, ນຳພາບັນດາອົງການພັກສູນກາງເປັນເສນາທິການ, ສົມທົບກັນເປັນເສນາທິການປະຕິບັດຫຼາຍໜ້າທີ່ສຳຄັນ, ມີລັກສະນະຍຸດທະສາດ, ບຸກທະລຸ, ມີຄວາມໝາຍປະຫວັດສາດ; ໂດຍສະເພາະແມ່ນໃນການສັບຊ້ອນກົງຈັກຂອງລະບົບການເມືອງຊີ້ໃຫ້ເຫັນວ່າ ນີ້ແມ່ນແຜນນະໂຍບາຍສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງທ່ີສຸດ. ມາຮອດປະຈຸບັນ, ທົ່ວລະບົບການເມືອງໄດ້ປະຕິບັດສຳເລັດລື່ນກາຍຄວາມຄືບໜ້າ, ເປົ້າໝາຍທີ່ໄດ້ວາງອອກ ດ້ວຍປະລິມານວຽກງານທີ່ຫຼາຍ, ເຊິ່ງພະນັກງານ, ສະມາຊິກພັກ ແລະ ປະຊາຊົນພ້ອມກັນຫັນດີສະໜັບສະໜູນ, ຫາງສຽງສາກົນໄດ້ຕີລາຄາສູງ.
ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການ, ເລຂາອົງຄະນະພັກບັນດາອົງການພັກສູນກາງ, ຢືນຢັນວ່າ:
“ພວກເຮົາເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ບົດບາດເປັນເສນາທິການຍຸດທະສາດໃຫ້ແກ່ສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ຈະຊີ້ນຳ, ພະນັກງານ, ສະມາຊິກພັກ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານເສີມຂະຫຍາຍນ້ຳໃຈສາມັກຄີ, ຈົງຮັກພັກດີ, ສຸດຈິດສຸດໃຈ, ປະດິດຄິດສ້າງ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດ ປະຕິບັດຄວາມຄາດຫວັງສ້າງສາປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ, ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ”.