ຂ່າວສານ
ນາຍົກລັດຖະມົນຕີລາວຢ້ຽມຢາມ ຫວຽດນາມຢ່າງ ເປັນທາງການ; ປະທານາທິບໍດີມຽນມາ - ເຂົ້າຮ່ວມກອງປະຊຸມສຸດຍອດ CLMV-12 ແລະ ACMECS-11
ຕອນບ່າຍວັນທີ 27 ພະຈິກ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ລາວ ແລະ ພັນລະຍາໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV-12) ຄັ້ງທີ 12 ແລະ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ອະຣະຍະວາດີ-ເຈົ້າພະຍາ-ແມ່ນໍ້າຂອງ (ACMECS-11) ຄັ້ງທີ 11, ແຕ່ວັນທີ 27 ຫາ 28 ພະຈິກ 2026, ຕາມຄຳເຊີນຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ.
ກ່ອນການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ທ່ານ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ການເຂົ້າຮ່ວມກອງປະຊຸມສຸດຍອດ ແລະ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ລາວ ແມ່ນເພື່ອ ສະແດງໃຫ້ເຫັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ລາວ ໃນການເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ ແລະ ຊຸກຍູ້ການຮ່ວມມືສາກົນ.
ແລະກໍ່ໃນວັນທີ 27 ພະຈິກ, ທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ ກໍ່ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 12 ແລະ ກອງປະຊຸມສຸດສຸດຍອດທະສາດການຮ່ວມມືເສດຖະກິດ ອະຣະຍະວາດີ-ເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 11.







