ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຕີລາຄາວ່າ ແຄ້ງຮວ່າ ມີທ່າໄດ້ປຽບຫຼາຍໃນການພັດທະນາເສດຖະກິດທະເລ, ການທ່ອງທ່ຽວ, ພະລັງງານ ແລະ logistics.
ພາບລວມໃນການເຮັດວຽກ (ພາບ: VNA)
ຕອນບ່າຍວັນທີ 26 ພະຈິກ, ຢູ່ ຍາຈາງ, ທີ່ການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ແຄ້ງຮວ່າ, ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ສະເໜີທາງແຂວງເສີມຂະຫຍາຍທ່າແຮງດ້ານເສດຖະກິດທະເລ, ແກ້ໄຂຈຸດອຸດຕັນ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານ ຈິ້ງວັນກວຽດ ຕີລາຄາວ່າ ແຄ້ງຮວ່າ ມີທ່າໄດ້ປຽບຫຼາຍໃນການພັດທະນາເສດຖະກິດທະເລ, ການທ່ອງທ່ຽວ, ພະລັງງານ ແລະ logistics. ພິເສດ, ແຜນນະໂຍບາຍສ້າງເຂດເສດຖະກິດພິເສດ ເວິນຟອງ ໄດ້ເປີດໂອກາດດຶງດູດການລົງທຶນ, ສ້າງກຳລັງໜູນເຕີບໂຕໃໝ່ໃຫ້ແກ່ທ້ອງຖິ່ນ.
ພວກເຮົາບໍ່ພຽງແຕ່ສູ້ຊົນກາຍເປັນນະຄອນຂຶ້ນກັບສູນກາງເທົ່ານັ້ນ, ຫາກຍັງໄກກວ່ານັ້ນ, ພວກເຮົາສູ້ຊົນກາຍເປັນທ້ອງຖິ່ນພັດທະນາຢ່າງວ່ອງໄວ, ຍືນຍົງ, ລາຍຮັບຕໍ່ຫົວຄົນບັນລຸລະດັບສູງ, ປະຊາຊົນອີ່ມໜຳສຳລາມ, ສົມບູນພູນສູກ, ເສລີພາບ. ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນ, ສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ, ປະຊາຊົນໄດ້ຮັບການສຶກສາຢ່າງຮອບດ້ານ, ວັດທະນະທຳມີການພັດທະນາຢ່າງກົມກຽວ ແລະ ດຶງດູດບັນດານັກລົງທຶນສາກົນ ແລະ ພາຍໃນປະເທດ. ຜ່ານນັ້ນ ເພື່ອເຮັດໃຫ້ໂລກຫຍັບເຂົ້າໃກ້ຊິດກັບແຄ້ງຮວ່າ ຫຼາຍກວ່າ.
(ແຫຼ່ງຄັດຈາກ VOV)