ຂ່າວສານ

ນຳ​ແຂ​ວງ​ແຄ້ງ​ຮວ່າ ​ໃຫ້ພັດ​ທະ​ນາ​​ຢ່າງວ່ອງໄວ, ຍືນ​ຍົງ

ທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ຕີ​ລາ​ຄາ​ວ່າ​ ແຄ້ງ​ຮວ່າ ມີ​ທ່າ​ໄດ້​ປຽບຫຼາຍ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ການ​ທ່ອງ​ທ່ຽວ, ພະ​ລັງ​ງານ ແລະ logistics.
  ພາບລວມໃນການ​ເຮັດ​ວຽກ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 26 ພະ​ຈິກ, ຢູ່ ​ຍາ​ຈາງ, ທີ່​ການ​ເຮັດວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ແຄ້ງ​ຮວ່າ, ທ່ານ ຈິ້ງວັນ​ກວຽດ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ສະ​ເໜີ​ທາງ​ແຂວງ​ເສີມ​ຂະ​ຫຍາຍ​ທ່າ​ແຮງດ້ານ​ເສດ​ຖະ​ກິດ​ທະ​ເລ, ແກ້​ໄຂ​ຈຸດ​ອຸດ​ຕັນ, ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ. ທ່ານ ຈິ້ງວັນ​ກວຽດ ຕີ​ລາ​ຄາ​ວ່າ​ ແຄ້ງ​ຮວ່າ ມີ​ທ່າ​ໄດ້​ປຽບຫຼາຍ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ການ​ທ່ອງ​ທ່ຽວ, ພະ​ລັງ​ງານ ແລະ logistics. ພິ​ເສດ, ​ແຜນ​ນະ​ໂຍ​ບາຍ​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ ເວິນຟອງ ໄດ້​ເປີດ​ໂອ​ກາດ​ດຶງ​ດູດ​ການ​ລົງ​ທຶນ, ສ້າງ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່​ໃຫ້​ແກ່​ທ້ອງ​ຖິ່ນ.

ພ​ວກ​ເຮົາ​ບໍ່​ພຽງ​ແຕ່​ສູ້​ຊົນ​ກາຍ​ເປັນ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ​ເທົ່າ​ນັ້ນ, ຫາກ​ຍັງ​ໄກ​ກວ່າ​ນັ້ນ, ພວກ​ເຮົາ​ສູ້​ຊົນ​ກາຍ​ເປັນ​ທ້ອງ​ຖິ່ນ​ພັດ​ທະ​ນາ​ຢ່​າງວ່ອງໄວ, ຍືນ​ຍົງ, ​ລາຍ​ຮັບ​ຕໍ່​ຫົວ​ຄົນ​​ບັນ​ລຸ​ລະ​ດັບສູງ, ປະ​ຊາ​ຊົນອີ່ມ​ໜຳ​ສຳ​ລາມ, ສົມ​ບູນ​ພູນສູກ, ເສ​ລີ​ພາບ. ​ ຮັບ​ປະ​ກັນຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃຫ້​ແກ່ປະ​ຊາ​ຊົນ, ສົ່ງ​ເສີມສຸ​ຂະ​ພາບ​​ໃຫ້​ແກ່ປະ​ຊາ​ຊົນ​, ປະ​ຊາ​ຊົນ​ໄດ້​ຮັບ​ການ​ສຶກ​ສາ​ຢ່າງ​ຮອບ​ດ້ານ, ວັດ​ທ​ະ​ນະ​ທຳ​ມີ​ການ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ ແລະ ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ ແລະ ພາຍ​ໃນ​ປະ​ເທດ. ຜ່ານ​ນັ້ນ ເພື່ອເຮັດ​ໃຫ້​ໂລກຫຍັບເຂົ້າ​ໃກ້​ຊິ​ດກັ​ບ​ແຄ້ງ​ຮວ່າ​ ຫຼາຍກວ່າ.


top