ເລື່ອງເປັນຄັ້ງທີ 3 ທີ່ ຫວຽດນາມ ຮັບບົດບາດເປັນປະເທດເຈົ້າພາບຈັດ APEC ແມ່ນກາລະໂອກາດຢ່າງໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດ ແລະ ບັນດາຜົນງານໃນຫຼາຍປີຜ່ານມາ.
ທ່ານ Marcelo Rodríguez, ຫົວໜ້າກົມພົວພັນສາກົນ ພັກກອມມູນິດ ອາກຊັງຕິນ (ພາບ: VNA)
ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ປີ 2027 ບໍ່ພຽງແຕ່ເປີດກາລະໂອກາດຊຸກຍູ້ບັນດາບຸລິມະສິດການຮ່ວມມືດ້ານເສດຖະກິດຢູ່ພາກພື້ນເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂເພື່ອໃຫ້ປະເທດແນະນຳບັນດາຜົນງານການພັດທະນາຢ່າງກວ້າງຂວາງ ແລະ ເພີ່ມທະວີການພົວພັນກັບຄູ່ຮ່ວມມືສາກົນ. ທ່ານ Marcelo Rodríguez, ຫົວໜ້າກົມພົວພັນສາກົນ ພັກກອມມູນິດ ອາກຊັງຕິນ, ໄດ້ຍົກອອກຂໍ້ສັງເກດດັ່ງກ່າວເມື່ອເຕື້ອງເຖິງບົດບາດເປັນປະເທດເຈົ້າພາບຈັດ APEC 2027 ຂອງ ຫວຽດນາມ.
ທ່ານ Marcelo Rodríguez ເນັ້ນໜັກວ່າ ເລື່ອງເປັນຄັ້ງທີ 3 ທີ່ ຫວຽດນາມ ຮັບບົດບາດເປັນປະເທດເຈົ້າພາບຈັດ APEC ແມ່ນກາລະໂອກາດຢ່າງໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດ ແລະ ບັນດາຜົນງານໃນຫຼາຍປີຜ່ານມາ. ທ່ານໃຫ້ຂໍ້ສັງເກດວ່າ APEC ພ້ອມກັບ ອາຊຽນ ແລະ ບັນດາເວທີປາໄສຫຼາຍຝ່າຍອື່ນພວມດຳເນີນຢູ່ ອາຊີ - ປາຊີຟິກ, ໄດ້ສະແດງໃຫ້ເຫັນບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງພາກພື້ນນີ້ໃນດ້ານການຄ້າ ແລະ ການເມືອງສາກົນ.
(ແຫຼ່ງຄັດຈາກ VOV)