• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ໜູນ​ຊ່ວຍ ປາ​ແລັດ​ສະ​ຕິນ

ມະ​ຕິ​ນີ້ໄດ້ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 30 ປີທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCTAD ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ກ່ຽວ​ກັບ​ການນຳ​ບັນ​ດາ​ມາດ​ຕາ​ທີ່​ກ່ຽວ​ຂ້ອງ​ເຖິງ​ລັດ ປາ​ແລັດ​ສະ​ຕິນ ເຂົ້າໃນ​ໂຄງ​ການ​ດຳ​ເນີນ​ງານ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ອົງ​ການ.
  ປະ​ຊາ​ຊົນ​ປາ​ແລັດ​ສະ​ຕິນ (ພາບ: VNA)  

ວັນ​ທີ 26 ພະ​ຈິກ, ກອງ​ປະ​ຊຸມ ​ສ​ປ​ຊ ກ່ຽວ​ກັບ​ການ​ຄ້າ ແລະ ການພັດ​ທະ​ນາ (UNCTAD) ໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​​ໃຫ້​ແກ່ປະ​ຊາ​ຊົນ ​ປາ​ແລັດ​ສະ​ຕິນ ແລະ ໜູນ​ຊ່ວຍ​ການ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ເຂົາ​ເຈົ້າ. ມະ​ຕິ​ນີ້ໄດ້ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 30 ປີທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCTAD ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ກ່ຽວ​ກັບ​ການນຳ​ບັນ​ດາ​ມາດ​ຕາ​ທີ່​ກ່ຽວ​ຂ້ອງ​ເຖິງ​ລັດ ປາ​ແລັດ​ສະ​ຕິນ ເຂົ້າໃນ​ໂຄງ​ການ​ດຳ​ເນີນ​ງານ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ອົງ​ການ.

ມະ​ຕິໄດ້​ຍົກໃຫ້ເຫັນ​ຢ່າງ​ຈະ​ແຈ້ງກ່ຽວກັບ​ການ​ກຳ​ນົດ​ທິດ​ອະ​ນາ​ຄົດ​ຂອງ UNCTAD ໂດຍອີງ​ຕາມ​ໝາກ​ຜົນ​ກອງ​ປະ​ຊຸມ​ປີ​ກ່ອນ, ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ອົງ​ການ​ໜູນ​ຊ່ວຍ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ຂອງ UNCTAD ແລະ ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ເຂົ້າ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ ປາ​ແລັດ​ສະ​ຕິນ. ຕາມ​ອົງ​ການ​ສະ​ຖິ​ຕິ ປາ​ແລັດ​ສະ​ຕິນ​ ແລ້ວ, ນັບ​ແຕ່​ເວ​ລາ​ເກີດ​ສົງ​ຄາມຢູ່ເຂດ​ ກາ​ຊາ, ​ ອັດ​ຕາຜູ້​ວ່າງ​ງານ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ ຈໍ​ແດນ ​ເພີ່ມ​ຂຶ້ນ 28%, ສູງກວ່າ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ເວ​ລາ​ກ່ອນ​ເກີດ​ສົງ​ຄາມ.

(ແຫຼ່ງຄັດຈາກ VOV)

APEC 2027 ແມ່ນກາລະໂອກາດເພື່ອໂຄສະນາພາບພົດ ແລະ ຜົນງານການພັດທະນາຂອງ ຫວຽດນາມ

APEC 2027 ແມ່ນກາລະໂອກາດເພື່ອໂຄສະນາພາບພົດ ແລະ ຜົນງານການພັດທະນາຂອງ ຫວຽດນາມ

ເລື່ອງເປັນຄັ້ງທີ 3 ທີ່ ຫວຽດນາມ ຮັບບົດບາດເປັນປະເທດເຈົ້າພາບຈັດ APEC ແມ່ນກາລະໂອກາດຢ່າງໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດ ແລະ ບັນດາຜົນງານໃນຫຼາຍປີຜ່ານມາ.

Top