• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ​ໃນ​ທຸ​ກ​ກໍ​ລະ​ນີ

ຕອນ​ຄ່ຳ​ວັນ​ທີ 26 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ - ພະ​ລັງ​ງານ​ແຫ່ງ​ຊາດ ຫວຽດ​ນາມ (Petrovietnam) ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ມູນ​ເຊື້ອ​ຂະ​ແໜງ​ນ້ຳ​ມັ​ນ​ອາຍ​ແກັດ ຫວຽດ​ນາມ ດ້ວຍ​ຫົວ​ຂໍ້ “65 ປີ Petrovietnam: ພະ​ລັງ​ງານ​ແຫ່ງ​ຊາດ - ຄວາມ​ມຸ່ງ​ຫວັງ​ທົ່ວ​ໂລກ”.
ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຂົ້າ​ຮ່ວມ​ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ມູນ​ເຊື້ອ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກັດ ຫວຽດ​ນາມ (ພາບ: VNA)

ຕອນ​ຄ່ຳ​ວັນ​ທີ 26 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ - ພະ​ລັງ​ງານ​ແຫ່ງ​ຊາດ ຫວຽດ​ນາມ (Petrovietnam) ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ມູນ​ເຊື້ອ​ຂະ​ແໜງ​ນ້ຳ​ມັ​ນ​ອາຍ​ແກັດ ຫວຽດ​ນາມ ດ້ວຍ​ຫົວ​ຂໍ້ “65 ປີ Petrovietnam: ພະ​ລັງ​ງານ​ແຫ່ງ​ຊາດ - ຄວາມ​ມຸ່ງ​ຫວັງ​ທົ່ວ​ໂລກ”. ກ່ອນ​ນີ້ 65 ປີ, ວັນ​ທີ 27 ພະ​ຈິກ 1961, ຄະ​ນະ​ສຳຫຼວດ​ນ້ຳ​ມັນ​ເຊື້ອ​ໄຟ 36 ໄດ້​ສ້າງຕັ້ງ​ຂຶ້ນ, ສ້າງ​ຂີດ​ໝາຍ​ແຫ່ງ​ການ​ສ້າງ​ຕັ້ງ​ຂອງ​ອົງ​ການນ້ຳ​ມັນ​ອາຍ​ແກັດ​ສະ​ເພາະ​ກິດ​ທຳ​ອິດ, ເປີດ​ວິ​ວັດ​ການ​ຫັນ​ຄວາມ​ມຸ່ງ​ຫວັງ​ຂອງ ​ປະ​ທານ ​ໂຮ່​ຈີ​ມິນ ກ່ຽວ​ກັບ​ການ​ກໍ່​ສ້າງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ລັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, Petrovietnam ວາງ​ເປົ້າ​ໝາຍ​ຍົກ​ສູງກຳ​ລັງ​ຄວາມ​ສາ​ມາດ​​ແກ້ງ​ແຍ້ງ, ບືນ​ຕົວ​ຂຶ້ນ​ອອກ​ສ​ູ່​ສາ​ກົນ ແລະ ປະ​ຕິ​ບັດ​ຄວາມ​ຄາດ​ຫວັງນອນ​ໃນ​ກຸ່ມ 500 ວິ​ສາ​ຫະ​ກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃຫ້​ເປັນ​ຮູບ​ປະ​ທຳ​ເທື່ອ​ລະ​ກ້າວ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຊີ້​ແຈ້ງວ່າ:

ຂ້າ​ພະ​ເຈົ້າ​ສະ​ເໜີພັດ​ທະ​ນາ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກັດ​ໃຫ້​ທັນ​ສະ​ໄໝ, ຄົບ​ຊຸດ, ຍົກ​ສູງ​ຄວາມ​ສາ​ມາດ​​ເປັນ​ເຈົ້າຕົນ​ເອງ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ​ຢ່າງ​ໝັ້ນ​ແກ່ນ​ໃນ​ທຸກ​ກໍ​ລະ​ນີ. ຍູ້​ແຮງ​ການ​ຊອກ​ຫາ, ສຳຫຼວດ, ເພີ່ມ​ການ​ສຳ​ຮອງ ແລະ ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ນ້ຳ​ມັນ​ອາຍ​ແກັດ​ຢ່າ​ງ​ມີ​ປະ​ສິດ​ທິ​ຜົນ, ເອົາ​ໃຈ​ໃສ່​ຕໍ່​ບັນ​ດາ​ຂົງເຂດທໍ​ລະ​ນີ​ສາດ ແລະ ເຕັກ​ໂນ​ໂລ​ຢີທີ່​ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍຢ່າງ​ ​. ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ​ຊອກ​ຫາ, ຂຸດ​ຄົ້ນ, ສຳ​ຮອງ​ນ້ຳ​ມັນ​ອາຍ​ແກັດ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ, ຈັດ​ການເຄື່ອນ​ໄຫວ​​ບັນ​ດາໂຄງ​ການ​ນ້ຳ​ມັນ​ອາຍ​ແກັດ​ຢ່າງ​ປອດ​ໄພ, ມີ​ສະ​ຖຽນ​ລະ​ພາບ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ໜູນ​ຊ່ວຍ ປາ​ແລັດ​ສະ​ຕິນ

ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ໜູນ​ຊ່ວຍ ປາ​ແລັດ​ສະ​ຕິນ

ມະ​ຕິ​ນີ້ໄດ້ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 30 ປີທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCTAD ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ກ່ຽວ​ກັບ​ການນຳ​ບັນ​ດາ​ມາດ​ຕາ​ທີ່​ກ່ຽວ​ຂ້ອງ​ເຖິງ​ລັດ ປາ​ແລັດ​ສະ​ຕິນ ເຂົ້າໃນ​ໂຄງ​ການ​ດຳ​ເນີນ​ງານ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ອົງ​ການ.

Top