• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເໜີ​ອາ​ເມ​ລິ​ກາ ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ, ດ​ຸ່ນ​ດ່ຽງ​ກ່ຽວ​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ໝາກ​ຜົນ​ຂອງ​ຫວຽດ​ນາມ

ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ໄດ້​ຍົກ​ອອກຫຼາຍ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂອບ​ເຂດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ສົມ​ທົບ, ມີ​ຄວາມ​ຍຸ​ຕິ​ທຳ ແລະ ດຸ່ນ​ດ່ຽງ​ກັບ​ອາ​ເມ​ລິ​ກາ.
ທ່ານນາງ ຟ້າມ​ທູ​ຮັ່ງ ໂຄ​ສ​ົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VNA)
ຕອນ​ບ່າຍ​ວັນ​ທີ 26 ພະ​ຈິກ, ທີ່​ການ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ໂດຍ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ປະ​ຕິ​ກະ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ຂໍ້​ມູນ ອາ​ເມ​ລິ​ກາ ພວມ​ກະ​ກຽມ​ຈັດ​ວາງ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ໃໝ່​ສຳ​ລັບ 16 ພື້​ນ​ຖານ​ເສດ​ຖະ​ກິດ, ໃນ​ນັ້ນ ອົງ​ການ​ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ (USTR) ສະ​ເໜີ​ລະ​ດັບ​ພາ​ສີ​ເພີ່ມ​ສູງ​ສຸດ 35%ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ ຫວຽດ​ນາມ, ທ່ານນາງ ຟ້າມ​ທູ​ຮັ່ງ ໂຄ​ສ​ົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ມີ​ຂໍ້​ມູນ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ບັນ​ຫາ​ນີ້​ແລ້ວ. ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ໄດ້​ຍົກ​ອອກຫຼາຍ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂອບ​ເຂດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ສົມ​ທົບ, ມີ​ຄວາມ​ຍຸ​ຕິ​ທຳ ແລະ ດຸ່ນ​ດ່ຽງ​ກັບ​ອາ​ເມ​ລິ​ກາ. ອີກຄັ້ງ​ໜຶ່ງ, ຫວຽດ​ນາມ ສະ​ເໜີ​ຝ່າຍ ອາ​ເມ​ລິ​ກາ ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ, ດຸ່ນ​ດ່ຽງ​ກ່ຽວ​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາມ ແລະ ໝາກ​ຜົນ​ຂອງ​ຫວຽ​ດ​ນາມ​ໃນ​ບັນ​ດາ​ຂົງ​ເຂດ​ນີ້. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ຈະ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ໂດຍ​ກົງ​ກັບ​ອາ​ເມ​ລິ​ກາ ບົນ​ຈິດ​ໃຈ​ເປັນ​ມິດ, ພ້ອມ​ທັງ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ຂໍ້​ມູນ, ເຮັດ​ແຈ້ງ​ບັນ​ດາ​ນະ​ໂຍ​ບາຍ ແລະ ຂໍ້​ກຳ​ນົດ​ຂອງ ຫວຽດ​ນາມ ເພື່ອ​ແກ້​ໄຂ​ບັນ​ດ​າ​ຄວາມ​ແຕກ​ໂຕນ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ໃຫ້ສືບ​ຕໍ່​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເປີດ, ອີງຕາມຂໍ້​ກຳ​ນົດ​ກົດ​ໝາຍ ແລະ ປັບ​ປຸງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ກັບ WTO ຢູ່​ຕຳ​ແໜ່ງ​ໃຈ​ກາງ.

Top