• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງສ້າງໂຄງການກະທຳເປັນເອກະພາບຂອງລັດຖະບານ ປີ 2027

ປີ 2027 ແມ່ນປີແຫ່ງການເລັ່ງຄວາມໄວ, ບຸກທະລຸ, ສ້າງກຳລັງໜູນເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງມີໄຊ
  ທີ່ກອງປະຊຸມ. (ພາບ: VNA)  

ຕອນບ່າຍວັນ​ທີ 25 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບ​ການສ້າງໂຄງການ​​​ກະ​ທຳຂອງ​ລັດ​ຖະ​ບານ ເພື່ອ​ຜັນ​ຂະ​ຫຍາຍ​ການປະຕິບັດມະຕິ, ຂໍ້ສະຫຼຸບ​ສະ​ບັບ​ຕ່າງໆຂອງສູນກາງ, ກົມການເມືອງ ແລະ ສະພາແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ປີ 2027.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລ​ມິນ​ຮຶງ ເນັ້ນໜັກວ່າ ປີ 2027 ​ແມ່ນປີແຫ່ງການເລັ່ງ​ຄວ​າມ​ໄວ, ບຸກທະລຸ, ສ້າງ​ກຳ​ລັງ​ໜູນ​ເພື່ອ​ປະ​ຕິ​ບັດມະຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງທີ 14 ຂອງພັກຢ່າງ​ມີ​ໄຊ, ​ດ້ວຍເປົ້າໝາຍ​ບັນ​ລຸການເຕີບໂຕເສດຖະກິດແຕ່ 10% ​ຂຶ້ນ​ໄປ, ​ຕິດ​ພັນ​ກັບ​ການຮັກສາເສດຖະກິດມະຫາພາກ​ໃຫ້​ເປັນ​ປົກ​ກະ​ຕິ, ຄວບຄຸມ​ໄພເງິນເຟີ້, ແລະ ຮັບປະກັນຄວາມ​ດຸນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານເສດຖະກິດ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງສ້າງມະຕິ ແລະ ໂຄງການກະ​ທຳ​ຂອງ​ລັດ​ຖະ​ບານ​ຕາມ​ທິດ​ສະ​ສົມ, ​ກັ​ບໂຄງການທີ່ເປັນເອກະພາບ... ​ບັນ​ດາ​ໜ້າ​ທີ່ຕ້ອງກຳນົດ​ແຈ້ງ​ຄວາມຮັບຜິດຊອບ, ເວລາປະຕິບັດ, ​ມີ​ມາດ​ຕະ​ຖານ ແລະ ຫຼີກລ່ຽງການ​ທັບ​ຊ້ອນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຕ້ອງ​ຮັກ​ສາ​ເອ​ກະ​ລາດ, ຄວາມເປັນ​ເຈົ້າ​ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ ໃຫ້​ການ​ພັດ​ທະ​ນາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຕ້ອງ​ຮັກ​ສາ​ເອ​ກະ​ລາດ, ຄວາມເປັນ​ເຈົ້າ​ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ ໃຫ້​ການ​ພັດ​ທະ​ນາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຫວຽດນາມ ພວມ​ຜັນ​ຂະ​ຫຍາຍມ​ະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສູ​ງ​ທີ່​ສຸດ

Top