ຕາມບົດລາຍງານທີ່ກອງປະຊຸມ, ສຳລັບກົດໝາຍ, ມະຕິ 20 ສະບັບທີ່ຮັບຮອງເອົາໃນກອງປະຊຸມວິສາມັນຄັ້ງທຳອິດ, ມີເອກະສານກຳນົດລາຍລະອຽດທີ່ຕ້ອງປະກາດໃຊ້ 28 ສະບັບ.
ວັນ 25 ພະຈິກ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສຳຫຼວດຄືນ, ກະຕຸກຊຸກຍູ້ຄວາມຄືບໜ້າຂອງການສ້າງ, ປະກາດໃຊ້ບັນດາເອກະສານກຳນົດລາຍລະອຽດການປະຕິບັດກົດໝາຍ, ມະຕິສະບັບຕ່າງໆທີ່ສະພາແຫ່ງຊາດຊຸດທີ 16 ຫາກໍ່ຮອບຮອງເອົາໃນໄລຍະຜ່ານມາ.
ຕາມບົດລາຍງານທີ່ກອງປະຊຸມ, ສຳລັບກົດໝາຍ, ມະຕິ 20 ສະບັບທີ່ຮັບຮອງເອົາໃນກອງປະຊຸມວິສາມັນຄັ້ງທຳອິດ, ມີເອກະສານກຳນົດລາຍລະອຽດທີ່ຕ້ອງປະກາດໃຊ້ 28 ສະບັບ. ມາຮອດປະຈຸບັນ, ມີອອກເອກະສານ 3 ສະບັບໄດ້ຮັບການປະກາດໃຊ້, ຍັງມີເອກະສານ 25 ສະບັບສືບຕໍ່ສ້າງໃຫ້ສົມບູນແບບ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ຮຽກຮ້ອງວ່າ:
ຈິດໃຈແມ່ນເອກະສານກຳນົດກົດໝາຍລາຍລະອຽດຂອງລັດຖະບານ, ຂອງບັນດາ ກະຊວງ, ຂະແໜງການ ຕ້ອງສະແດງໃຫ້ເຫັນຖືກຈິດໃຈຂອງການປະຕິຮູບກົດໝາຍ, ຖືກສິດ, ຖືກຂອບເຂດ. ບັນດາກະຊວງເປັນເຈົ້າການຕ້ອງຮັບຜິດຊອບ ແລະ ກະຊວງຍຸຕິທຳຕ້ອງທົບທວນຄືນເພື່ອຮັບປະກັນວ່າບໍ່ວາງເງື່ອນໄຂ, ລະບຽບການທີ່ບໍ່ໄດ້ກຳນົດໃນກົດໝາຍຕື່ມອີກ; ໂດຍສະເພາະແມ່ນບັນດາລະບຽບການກໍ່ຄວາມສັບສົນ, ຫຍຸ້ງຍາກເມື່ອປະຕິບັດໃນຕົວຈິງ, ເຮັດໃຫ້ຫຼູດຜ່ອນປະສິດທິຜົນຂອງນະໂຍບາຍ ຫຼື ກໍ່ຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.
(ແຫຼ່ງຄັດຈາກ VOV)