• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ຫວຽດນາມ ຫຼາກຫຼາຍສີສັນ: ວັດທະນະທຳເຍືອງທາງ - ພູຜາປ່າໄມ້ເຊື່ອມຕົວເຂົ້າກັນ”: ເຊື່ອມຕໍ່ລ້ານຫົວໃຈ

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ຫວຽດ​ນາມ ຫຼາກຫຼາຍສີ​ສັນ: ວັດ​ທະ​ນະ​ທຳເຍືອງ​ທາງ - ພູ​ຜາ​ປ່າ​ໄມ້ເຊື່ອມຕົວ​ເຂົ້າ​ກັນ​” ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 24 ພະ​ຈິກ​, ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ ໝີ້​ດິ່ງ​, ຮ່າ​ໂນ້ຍ​, ໄດ້​ດຶງ​ດູດ​ຜູ້​ມາ​ຊົມ​ຢູ່​ກັບ​ທີ່​ປະ​ມານ 50.000 ຄົນ​.
  ລາຍການດຶງ​ດູດ​ຜູ້​ມາ​ຊົມ​ຢູ່​ກັບ​ທີ່​ປະ​ມານ 50.000 ຄົນ (ພາບ: ເຈິ່ນແທັງຢາງ/VNP)  

ເຫດ​ການ​ໄດ້​ຈັດ​ຂຶ້ນ​ກົງ​ກັບ​ວັນວັດ​ທະ​ນະ​ທຳ ຫວຽດ​ນາມ (24 ພະ​ຈິກ​), ສະ​ເຫຼີມ​ສະ​ຫຼອງ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ ​ຄັ້ງ​ທີໜຶ່ງ ​ຄົບ​ຮອບ 80 ປີ (1946 – 2026).

ໂດຍ​ໄດ້​ຮັບ​ການສ້າງ​ຂຶ້ນຄື​ດ່ັງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ເຊີດ​ຊູປະ​ຫວັດ​ສາດ​, ມູນ​ເຊື້ອ​ອະ​ລິ​ຍະ​ທຳ ແລະ ຄວາມ​ອຸ​ດົມ​ສົມ​ບູນ​ໃນ​ສີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ ຫວຽດ​ນາມ​, ລາຍ​ການ​ໄດ້​ປະ​ກອບ​ມີ 3 ພາກ​, ນຳ​ຜູ້​ຊົມ​ແຕ່​ກົກ​ເຄົ້າ​ເຫງົາ​ກໍໄປ​ຮອດ​ບັນ​ດາ​ເຂດ​ມໍ​ລະ​ດົກ​, ແລ້ວເປີດ​ພາບ​ພົດ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໃນ​ການ​ດຳ​ລົງ​ຊີ​ວິດຍຸກສະໄໝ​. ກ່າວ​ຄຳ​ເຫັນ​ໄຂ​ລາຍ​ການ​, ທ່ານ ເຈິ່ນ​ດຶກ​ຖັ້ງ​, ເລ​ຂາ​ຄະ​ນະ​ພັກ ນະ​ຄອນ ຮ່າ​ໂນ້ຍ​, ໃຫ້​ຮູ້​ວ່າ​:

“​ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ບໍ່​ພຽງ​ແຕ່​ເພື່ອ​ເຊີດ​ຊູ​ມໍ​ລະ​ດົກ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ຢັ້ງ​ຢືນ​: ປະ​ຊາ​ຊົນ​ແມ່ນ​ຜູ້​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​, ຮັກ​ສາ ແລະ ຊົມໃຊ້​ວັດ​ທະ​ນະ​ທຳອີກດ້ວຍ​. ແຕ່​ລະ​ເຂດ​ພາກ​ມີ​ສີ​ສັນສະເພາະ​, ແຕ່​ລະ​ຊົນ​ເຜົ່າ​ມີ​ສຽງເວົ້າ ພ້ອມກັນ​ສ້າງ​ເປັນ​ບົດ​ເພງ​ເອ​ກະ​ພາບ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ​. ສຳ​ລັບນະ​ຄອນ​ຫຼວງ ຮ່າ​ໂນ້ຍ​, ໂດຍ​ໄດ້​ຮັບ​ຈຸດ​ຍອດ​ຍິ່ງ​ຂອງ​ວັດ​ທະ​ນະ​ທຳ​ທຸກ​ເຂດ​ພາກມາເຕົ້າໂຮມ ​ແມ່ນຄວາມ​ເປັນກຽດ​, ພ້ອມ​ທັງ​ແມ່ນ​ຄຳຕັກ​ເຕືອນກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ນະ​ຄອນ​ຫຼວງແຫ່ງ​ອະ​ລິ​ຍະ​ທຳ​. ພວກ​ຂ້າ​ພະ​ເຈົ້າ​ຈະ​ຮັກ​ສາ​ມໍ​ລະ​ດົກ​, ເບິ່ງ​ແຍງ​ຫຼໍ່ລ້ຽງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​, ເປີດ​ກ້ວາງເຂດ​ວັດ​ທະ​ນະ​ທຳ​, ສ້າງ​ຊາວ ຮ່າ​ໂນ້ຍ ສຸ​ພາບ​ຮຽບ​ຮ້ອຍ ເພື່ອ​ໃຫ້​ມູນ​ເຊື້ອ ແລະ ຄວາມ​ທັນ​ສະ​ໄໝ​ພ້ອມ​ກັນ​ສ້າງ​ເປັນ​ນະ​ຄອນ​ຫຼວງ ທີ່ເປັນ​ໜ້າ​ດຳ​ລົງ​ຊີ​ວິດ​, ແມ່ນ​ບ່ອນ​ປະ​ຊາ​ຊົນ​ທຸກ​ຄົນ​ໄດ້​ປະ​ດິດຄິດ​ສ້າງ ແລະ ໄດ້​ຊົມ​ໃຊ້​”.

​ລາຍ​ການ “ສີ​ສັນ ຫວຽດ​ນາມ​: ວັດ​ທະ​ນະ​ທຳເຍືອງ​ທາງ - ພູ​ຜາ​ປ່າ​ໄມ້ເຊື່ອມຕົວ​ເຂົ້າ​ກັນ​” ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ຄຳ​່​ຄືນ​ສະ​ແດງ​ສິ​ລະ​ປະ​ຂະ​ໜາດ​ໃຫຍ່​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນໄດ້ຢັ້ງຢືນວ່າ ວັດທະນະທຳບໍ່ພຽງແຕ່​ຄວາມ​ຊົງ​ຈຳ​, ແມ່ນ​ກົກ​ເຄົ້າ​ເຫງົາ​ກໍ່​ສ້າງ​ສີ​ສັນ​ຊາດ​, ຫາກ​ຍັງ​ແມ່ນ​ກຳ​ລັງ​ແຮງ​ສະ​ໜິດ​ຕິດ​ພັນ​ວົງ​ຄະ​ນະ​ຍາດ ແລະ ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ອາເມລິກາ ກະກຽມຈັດວາງອັດຕາພາສີນຳເຂົ້າໃໝ່ຕໍ່ກັບ ຈີນ, ອີຢູ ແລະ 14 ພື້ນຖານເສດຖະກິດ

ອາເມລິກາ ກະກຽມຈັດວາງອັດຕາພາສີນຳເຂົ້າໃໝ່ຕໍ່ກັບ ຈີນ, ອີຢູ ແລະ 14 ພື້ນຖານເສດຖະກິດ

ອຳນາດການປົກຄອງຂອງ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ພວມກະກຽມຈັດວາງອັດຕາພາສີນຳເຂົ້າໃໝ່ໃນວົງກວ້າງຕໍ່ກັບ ຈີນ, ສະຫະພາບ ເອີລົບ (ອີຢູ) ແລະ 14 ພື້ນຖານເສດຖະກິດອື່ນອີກ.

Top