• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ກິດ​ຈະ​ກຳ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ໃນ​ທົ່ວ​ໂລກ​ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ

ໃນ​ທຸດ​ເຂດ​ພາກ​ທົ່ວ​ປະ​ເທດ, ມີຫຼາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ ແລະ ວັນ​ບຸນ​​ປະ​ເພ​ນີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ, ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊືນ​ໃນໝູ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ.
  ແຂວງ​ລ້າງ​ເຊີນ ຈັດການ​ສະ​ແດງ​ຟ້ອນ​ເຈົ່ນ​ແທນເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ (ພາບ: VNA)  

ຢູ່​ແຂວງ​ລ້າງ​ເຊີນ, ຕອນ​ເຊົ້າ​ວັນ​ທີ 24 ພະ​ຈິກ, ມີ​ຜູ້​ເຂົ້າ​ຮ່ວມ​ການ​ສະ​ແດງ​ຟ້ອນ​ເຈົ່ນ​ແທນກວ່າ 1000 ຄົນ. ນີ້​ແນ່ນ​ກິດ​ຈະ​ກຳ​ພົ້ນ​ເດັ່ນ​ໃນ​ຂອບ​ເຂດ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ຄວາມ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດຂອງ​ແຂວງ ລ້າງ​ເຊີນ​ປີ 2026. ໃນ​ຊີ​ວິດ​ດ້ານ​ຈິດ​ໃຈ​ຂອງ​ເຜົ່າ​ໄຕ, ນຸ່ງ, ການ​ຟ້ອນ​ເຈິ່ນ​ເວິນ ໄດ້​ຕິດ​ພັນ​ກັບ​ບັນ​ດາ​ພິ​ທີ​ແທນ​ ທີ່​ມີ​ລັກ​ສະ​ນະ​ຄວາມ​ເຊື່ອ​ຖື​ເຫຼື້ອມ​ໃສ, ມີ​ຄວາມ​ປາດ​ຖະ​ໜາ​ກ່ຽວ​ກັການ​ລຳ​ດ​ລົງ​ຊີ​ວິດ​ແຫ່ງ​ຄວາມ​ສະ​ຫງົບ​ສຸກ, ລະ​ດູ​ການ​ເກັບ​ກຽວ​ໄດ້​ຮັບ​ຜົນ​ດີ.

ຢູ່​ຫໍ​ສະ​ໝຸດ​ແຂວງ​ຝຸ​ເທາະ, ລາຍ​ການ​ວາງ​ສະ​ແດງເອ​ກະ​ສານ, ວັດ​ຖຸ​ພັນດ້ວຍ​ຫົວ​ຂໍ້ “ວັດ​ທະ​ນະ​ທຳ​ເຂດ​ດິນ​ແດນບັນ​ພະ​ບຸ​ລຸດ - ສີ​ສັນ ແລະ ຄຸນ​ຄ່າ”, ໄດ້​ດຳ​ເນີນ​ແຕ່​ວັນ​ທີ 22 – 24 ພະ​ຈິກ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ອ່ານ ແລະ ມະ​ຫາ​ຊົນ​ເປັນ​ຈຳ​ນວນຫຼາຍ. ຜ່ານ​ປຶ້ມ​ຂຽນ, ໜັງ​ສື​ພິມ, ເອ​ກະ​ສານ, ວັດ​ຖຸ​ພັນ, ຜົນ​ງານ​ດ້ານ​ວິ​ຈິດ​ສິນ ແລະ ພາບ​ຖ່າຍ​ສິ​ລະ​ປະ, ລາຍ​ການ​ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ພົ້ນ​ເດັ່ນ​ກ່ຽວ​ກັບ​ປະ​ເທດ​ຊາດ, ມູນ​ເຊື້ອ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ເຫ້ວ​ສູນ​ອະ​ນຸ​ຮັກ​ຮັກ​ສາ​ມໍ​ລະ​ດົກ ກຸ້ງ​ເກົ່າ​ເຫ້ວ, ນະ​ຄອນ ເຫ້ວ​ໄດ້​ຈັດ​ລາຍ​ການ “ແຫ່​ຂະ​ບວນ​ດ້ວຍ​ລົດ​ຖີບ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ”, ການ​ເຄື່ອນ​ໄຫວ​ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ນ້ຳ​ໃຈ​ຮັກ​ມໍ​ລະ​ດົກ, ສົ່ງ​ສານ​ກ່ຽວ​ກັບ​ວິ​ທີ​ການ​ດຳ​ລົງ​ຊີ​ວິດ​ສີ​ຂຽວ, ຝືກ​ຝົນ​ຫຼໍ່ຫຼອມ​ສຸ​ຂະ​ພາບ ແລະ ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top