• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ສົ່ງ​ສານ​ເນື່ອງ​ໃນ​ໂອ​ກາດ​ວັນ​ສາ​ກົນ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜູນ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ຕໍ່​ການ​ຕໍ່​ສູ້​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ແລະ ມາດ​ຕະ​ການ​ສອງ​ລັດ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81 ຢູ່ ນິວຢອກ, ອາ​ເມ​ລິ​ກາ (ພາບ: VNA)

ວັນ​ທີ 23 ພະ​ຈິກ, ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນິວຢອກ, ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສາ​ກົນ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ. ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສົ່ງ​ສານ​ໄປ​ຍັງ​ທ່ານ Antonio Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ , ​ທ່ານ Khalilur Rahman ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ, ທ່ານ Coly Seck ປະ​ທານ​ຄະ​ນະ​ກຳ​ມະ​ການ​ຂອງ ສ​ປ​ຊ​ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ສິດ​ບໍ່​ສາ​ມາດ​ລະ​ເມີດ​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ແລະ ທ່ານ​ Mahmoud Abbas ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ.

ໃນ​ສານ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜູນ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ຕໍ່​ການ​ຕໍ່​ສູ້​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ແລະ ມາດ​ຕະ​ການ​ສອງ​ລັດ; ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ສັນ​ຕິ​ພາບ ກ່ຽວ​ກັບ​ເຂດ​ກາ​ຊາ, ພ້ອມ​ທັງ​ປະ​ສານ​ສົມ​ທົບ​ກັບ ສ​ປ​ຊ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ ເພື່ອ​ໜູນ​ຊ່ວຍ​ການ​ສ້າງ​ຕັ້ງຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ປາ​ແລັດ​ສະ​ຕິນ​ກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ​ຄືນ​ໃໝ່.

(ແຫຼ່ງຄັດຈາກ VOV)

Nvidia ແຕ່ງ​ຕັ້ງ​ທ່ານ Jensen Huang ເຂົ້າ​ດຳ​ລົງບັນ​ດາ​ຕຳ​ແໜ່ງ​ການ​ນຳ​ກຸ່ມ​ບໍ​ລິ​ສັດ​ຄືນ​ໃໝ່

Nvidia ແຕ່ງ​ຕັ້ງ​ທ່ານ Jensen Huang ເຂົ້າ​ດຳ​ລົງບັນ​ດາ​ຕຳ​ແໜ່ງ​ການ​ນຳ​ກຸ່ມ​ບໍ​ລິ​ສັດ​ຄືນ​ໃໝ່

ພາຍຫຼັງ​ກັບ​ຄື​ນສູ່​ຕຳ​ແໜ່ງ, ທ່ານ Jensen Huangໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ກັບ​ຄືນ Nvidia ແລະ ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈຕໍ່​ທຸກໆ​ຄົນ​ທີ່​ສະ​ໜັບ​ສະ​ໜູນ ແລະ ເຊື່ອ​ໝັ້ນ​ທ່ານ. ພາຍຫຼັງ

Top