• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2027: ກຳລັງໜູນໃໝ່ໃຫ້ແກ່ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ

ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ປີ 2027 ສ້າງ​ກາ​ລະ​ໂອ​ກາດ​ຍຸດ​ທະ​ສາດ​ເພື່ອ​ໃຫ້ ຫວຽດ​ນາມ ເສີມ​ຂະ​ຫຍາຍ​ບົດ​ຮຽນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ບັນ​ດາ​ບຸ​ລິ​ມະ​ສິດ​ຮ່ວມ​ມື​ພາກ​ພື້ນ ແລະ ຍົກ​ສູງ​ບົດ​ບາດ​ທີ່​ຕັ້ງ​ບົນ​ເວ​ທີ​ສາ​ກົນ​.
ທ່ານ​ນາງ Estefanía Lucila Rouco, ສະ​ມາ​ຊິກ​ກຸ່ມ​ໄວ​ໜຸ່ມ CARI (ພາບ: VNA)

ນີ້​ແມ່ນ​ການ​ໃຫ້ຂໍ້​ສັງ​ເກດ​ຂອງ​ທ່ານ​ນາງ Estefanía Lucila Rouco, ສະ​ມາ​ຊິກ​ກຸ່ມ​ໄວ​ໜຸ່ມ ຂຶ້ນ​ກັບ​ສະ​ພາ​ການ​ພົວ​ພັນ​ສາ​ກົນ ອັງ​ຊັງ​ຕິນ (CARI) ໃນ​ການ​ສຳ​ພາດ​ກັບ​ນັກ​ຂ່າວ​ຫວ່າງ​ແລ້ວ​ນີ້​.

​ຕາມ​ທ່ານ​ນາງ Estefanía Lucila Rouco ແລ້ວ​, ເລື່ອງ​ເປັນ​ເຈົ້າ​ພາບ​ຈັດ APEC 2027 ໄດ້ນຳ​ມາ​ໃຫ້ ຫວຽດ​ນາມ ກາ​ລະ​ໂອ​ກາດ​ສຳ​ຄັນ​ເພື່ອ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ການ​ຜະ​ລິດ ແລະ ຍົກ​ສູງ​ສະ​ມັດ​ຕະ​ພາບ​, ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ​, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ທົນ​ທານ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​. ທ່ານ​ໄດ້​ເນັ້ນ​ໜັກ​ວ່າ​: ລັດ​ຖະ​ບານ ຫວຽດ​ນາມ ໄດ້ກຳ​ນົດ​ນະ​ວັດ​ຕະ​ກຳ​, ຫັນ​ເປັນ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່ ແມ່ນ​ບັນ​ດາ​ຈຸດ​ສຸມ​ໃນ​ການ​ກຳ​ນົດ​ທິດ​ຮ່ວມ​ມື​ຂອງປະ​ເທດ​ເຈົ້າ​ພາບ​ປີ 2027. ນີ້​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່ມີ​ຄວາມ​ໝາຍ​ແທດ​ຈິງໃນ​ສະ​ພາບ​ການ​ພາກ​ພື້ນພວມ​ຊອກ​ຫາ​ບັນ​ດາ​ກຳ​ລັງ​ໜູນ​ໃໝ່​ເພື່ອຮັກ​ສາ​ການ​ເຕີບ​ໂຕ ແລະ ປັບ​ຕົວ​ໃຫ້ເຂົ້າກັບ​ການ​ຜັນ​ແປ​ຂອງ​ເສດ​ຖະ​ກິດ​ໂລກ​.

​ນັກ​ຄົ້ນ​ຄ້ວາ​ຊາວ ​ອັກ​ຊັງ​ຕິນ ກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າ APEC 2027 ອາດ​ຈະ​ສ້າງ​ຂີດ​ໝາຍ​ໃນ​ການ​ຍົກ​ສູງ​ພາບ​ພົດ ແລະ ລະ​ດັບ​ການ​ມີ​ໜ້າ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ​. ເວ​ທີ​ປາ​ໄສ ໄດ້​ເຕົ້າ​ໂຮມຫຼາຍ​ການ​ນຳ​ການ​ເມືອງ​, ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ ​, ບັນ​ດາ​ອົງ​ການ​ສາ​ກົນ​, ພ້ອມ​ທັງ​ດຶງ​ດູດ​ຄວາມສົນ​ໃຈ​ນັບ​ມື້​ນັບ​ຫຼາຍ​ຈາກ​ສື່​ມວນ​ຊົນທົ່ວ​ໂລກ​. ດັ່ງ​ນັ້ນ​, ນີ້​ແມ່ນ​ໂອ​ກາດເພື່ອ​ໃຫ້​ປະ​ເທດ​ເຈົ້າ​ພາບ​ໂຄ​ສະ​ນາ​ພາບ​ພົດ ແລະ ເພີ່ມ​ທະ​ວີ​ການ​ມີ​ໜ້າ​ສາ​ກົນ​.

(ແຫຼ່ງຄັດຈາກ VOV)

ອາເມລິກາ ກະກຽມຈັດວາງອັດຕາພາສີນຳເຂົ້າໃໝ່ຕໍ່ກັບ ຈີນ, ອີຢູ ແລະ 14 ພື້ນຖານເສດຖະກິດ

ອາເມລິກາ ກະກຽມຈັດວາງອັດຕາພາສີນຳເຂົ້າໃໝ່ຕໍ່ກັບ ຈີນ, ອີຢູ ແລະ 14 ພື້ນຖານເສດຖະກິດ

ອຳນາດການປົກຄອງຂອງ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ພວມກະກຽມຈັດວາງອັດຕາພາສີນຳເຂົ້າໃໝ່ໃນວົງກວ້າງຕໍ່ກັບ ຈີນ, ສະຫະພາບ ເອີລົບ (ອີຢູ) ແລະ 14 ພື້ນຖານເສດຖະກິດອື່ນອີກ.

Top