• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບເອກອັກຄະລັດຖະທູດ ບູຖານ ເຂົ້າຢ້ຽມອຳລາ

ວັນທີ 25 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Kinzang Dorji, ເອກອັກຄະລັດຖະທູດ ບູຖານ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ທ່ານ Kinzang Dorji, ເອກອັກຄະລັດຖະທູດ ບູຖານ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ (ພາບ: VNA)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຮັບຮູ້ບັນ​ດາ​ການ​ປະ​ກອບ​ສ່ວນຂອງທ່ານເອກອັກຄະລັດຖະທູດໃນການຊຸກຍູ້​ການພົວພັນມິດຕະພາບ, ການ​ຮ່ວມມືລະຫວ່າງ ຫວຽດນາມ ແລະ ບູຖານ. ​ ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ​ເນັ້ນ​ໜັກ​ວ່າ, ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຮ່ວມ​ມື​ຫຼາຍ​ຢ່າງ, ທ່ານສະເໜີສ້າງຕັ້ງກົນໄກທາບ​ທາມ​ຄວາມ​ເຫັນສອງຝ່າຍໂດຍໄວ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານການຄ້າ, ການລົງທຶນ, ພະລັງງານສະອາດ, ກະສິກຳເຕັກໂນໂລຢີສູງ, ການທ່ອງທ່ຽວ ແລະ ການພົບ​ປະແລກປ່ຽນປະຊາຊົນ.

​ສ່ວນທ່ານເອກອັກຄະລັດຖະທູດ Kinzang Dorji ປາດຖະໜາ​ຢາກ​ສືບ​ຕໍ່​ຊຸກ​ຍູ້​ການຮ່ວມມືໃນບັນ​ດາຂົງເຂດທີ່ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ; ​ພ້ອມ​ກັນ​ນັ້ນ​ໄດ້​ສົ່ງຄຳເຊື້ອເຊີນຈາກກະສັດ​ ບູຖານ ມາຍັງທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ໄປຢ້ຽມຢາມ ບູຖານ ຢ່າງເປັນທາງການໃນໄວໆນີ້.


(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງແຜນການພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງຕົວເລກໃຫ້ແກ່ປີ 2027

ທ່ານນາຍົກລັດຖະມົນຕີຮຽກຮ້ອງສ້າງແຜນການພັດທະນາເສດຖະກິດໃຫ້ບັນລຸການເຕີບໂຕສອງຕົວເລກໃຫ້ແກ່ປີ 2027

ກ່ຽວກັບແຜນການປີ 2027, ທ່ານນາຍົກລັດຖະມົນຕີໄດ້ເຫັນດີສ້າງມະຕິບໍລິຫານການເຕີບໂຕດ້ວຍທິດນຳ ມີຜູ້ຮັບຜິດຊອບຢ່າງຈະແຈ້ງ, ວຽກງານຈະແຈ້ງ, ຄວາມຄືບໜ້າຈະແຈ້ງ ແລະ ຜົນສົ້ນອອກຈະແຈ້ງ

Top