ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ດ້ວຍບັນດາເປົ້າໝາຍພັດທະນາສູງທີ່ສຸດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ຕອນເຊົ້າວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ, ຜູ້ນຳສູງສຸດກຳລັງປະກອບອາວຸດປະຊາຊົນ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເປັນປະທານກອງປະຊຸມຄັ້ງທີ 2 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2026 – 2031.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ດ້ວຍບັນດາເປົ້າໝາຍພັດທະນາສູງທີ່ສຸດ. ກ່ອນກັບບັນດາການປ່ຽນແປງຂອງສະພາບການໂລກ, ຕ້ອງຮັກສາຄວາມເປັນເອກະລາດ, ຄວາມເປັນເຈົ້າ ແລະ ສະພາບແວດລ້ອມແຫ່ງສັນຕິພາບໃຫ້ການພັດທະນາ.
ບົນພື້ນຖານຂໍ້ສັງເກດທີ່ຖືກຕ້ອງຕໍ່ບັນດາການປ່ຽນແປງຂອງສະພາບການຍຸດທະສາດ, ຫວຽດນາມຕ້ອງຍົກສູງຄວາມສາມາດເປັນເຈົ້າຍຸດທະສາດ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຈາກຂັ້ນຮາກຖານ; ປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ຍົກສູງປະສິດທິຜົນແຫ່ງການເຂົ້າຮ່ວມ ແລະ ປະກອບສ່ວນຂອງ ຫວຽດນາມ ໃນບັນດາກົນໄກຫຼາຍຝ່າຍ, ສ້າງກອງທັບປະຊາຊົນ, ຕຳຫຼວດປະຊາຊົນກະທັດລັດ, ເຂັ້ມແຂງ, ເປັນກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝ, ຕິດພັນ ທ່າຮົບປ້ອງກັນຊາດທົ່ວປວງຊົນກັບທ່າຮົບປ້ອງກັນຄວາມໝັ້ນຄົງ ປະຊາຊົນ ແລະ ທ່າຮົບໃນໃຈປະຊາຊົນເປັນກຸ່ມກ້ອນຄວາມເປັນເອກະພາບ; ຕິດພັນການລົງທຶນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ຄວາມສາມາດໃນການປ້ອງກັນພົນລະເຮືອນ.
(ແຫຼ່ງຄັດຈາກ VOV)